ນັກສຶກສາຕ່າງປະເທດຮ້ອງເພງກ່ຽວກັບປະທານໂຮ່ຈິມິນ

ນັກສຶກສາຕ່າງປະເທດຮ້ອງເພງກ່ຽວກັບປະທານໂຮ່ຈິມິນ - ảnh 1
ລາຍການ “ ​ໂລກ​ຮ້ອງ​ເພງ​ກ່ຽວ​ກັບ​ລຸງ​ໂຮ່ ” ​
( ພາບ: doanthanhnien.vn )


( vovworld ) -   ​ເພື່ອ​ສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີ​ດປະທານ​ໂຮ່ຈິ​ມິນ,​ຕອນ​ຄໍ່າ​ວັນ​ທີ 22/05, ສູນ​ກາງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ໄດ້ສົມທົບ​ກັບຄະນະ​ຊາວ​ໜຸ່ມ​ເຍົາວະ​ຊົນ,​ ໂທລະພາບ​ຫວຽດນາມ,​ ຈັດ​ລາຍການ​ສິນລະປະ​ດົນຕີດ້ວຍ​ຫົວ​​ເລື່ອງ​ວ່າ “ ​ໂລກ​ຮ້ອງ​ເພງ​ກ່ຽວ​ກັບ​ລຸງ​ໂຮ່ ”. ລາຍການ “ ​ໂລກ​ຮ້ອງ​ເພງ​ກ່ຽວ​ກັບ​ລຸງ​ໂຮ່ ” ​ແມ່ນ​ເວທີ​ການ​ພົບ​ປະ​ຂອງ​ບັນດາ​ນັກຮຽນ, ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ພວມດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ຫວຽດນາມ, ພ້ອມ​ກັນ​ນັ້ນກໍ່ແມ່ນ​ຂົວ​ເ​ຊື່​ອມຕໍ່​​ເພື່ອສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ​ຊາວ​ໜຸ່ມ, ນັກ​ຮຽນ ​ແລະ ນັກ​ສຶກສາ​ຫວຽດນາມ ກັບ​ເພື່ອນ​ມິດສາ​ກົນ. ​ໃນ​ລາຍການນີ້,​ ບັນດາ​ບົດ​ເພງ​ທີ່​ມີ​ຫົວ​​ເລື່ອງຍ້ອງຍໍ​ສັນລະ​ເສີນ​ປະທານ​ໂຮ່ຈິ​ມິນ ​ເຊິ່ງນັກ​ສຶກສາ​ຕ່າງປະ​ເທດ​ 30 ຄົນ​ມາ​ຈາກ​ບັນດາ​ປະ​ເທດ​ຄື; ລາວ, ກຸຍ​ບາ, ຈີນ, ລັດ​ເຊຍ, ສ.​ເກົາຫຼີ…  ​ໄດ້ນຳ​ສະ​ເໜີບົດ​ເພງຄື; Bai ca Ho Chi Minh ​ແປ່​ວ່າ ບົດ​ເພງ​ກ່ຽວ​ກັບ​ປະທານ​ໂຮ່ຈິມິນ, Bac Ho mot tinh yeu bao la ​ແປ່​ວ່າ ລຸງ​ໂຮ່ ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່, Nhu co Bac trong ngay vui dai thang ​ແປ່​ວ່າ ປຽບ​​ເໝືອນມີລຸງ​ໂຮ່​ ໃນ​ວັນ​ມະຫາ​ໄຊ …  ຫວນຫານ​ຊີ ທີ່​ມາ​ຈາກ​ຈີນ, ປະຈຸ​ບັນ​ພວມ​ແມ່ນ​ນັກ​ສຶກສາ​ສັງກັດມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ​ໄດ້​ແບ່ງປັນ​ວ່າ.

        “ ​ໃນ​ມື​້ນີ້, ​ເມື່ອ​ໄດ້​ຂັບ​ຮ້ອງບົດ​ເພງ Bai ca Ho Chi Minh, ຂ້າພະ​ເຈົ້າ​ຮູ້ສຶກ​ໄດ້​ວ່າ ປະທານ​ໂຮ່ຈິ​ມິນ ​ແມ່ນ​ຜູ້​ທີ​ສະຫຼາດສ່ອງ​​ໃສ ​ແລະ ຍິ່ງ​ໃຫຍ່​ໃນ​ປະຫວັດ​ສາດ. ຂ້າພະ​ເຈົ້າ​​ເຄົາລົບລຸ່ງ​ໂຮ່. ຂ້າພະ​ເຈົ້າ​ຮູ້​ວ່າ ຈີນ ​ແລະ ຫວຽດນາມ ມີ​ມູນ​ເຊື້ອ​ມິດຕະພາບ​ມາແຕ່​ດົນ​ນານ, ຂ້າ​ພະ​ເຈົ້າ​ຫວັງ​ວ່າຄວາມ​ສາມັກຄີ​ນັ້ນ​ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ ”.

ຂ່າວ/ບົດ​ອື່ນ