ນັກສຶກສາຝຣັ່ງໂກໂຟນີ 6 ປະເທດ ເຂົ້າຮ່ວມໂຮງຮຽນຍາມພັກແລ້ງຢູ່ ຫວຽດນາມ

(VOVWORLD) - ແຕ່ວັນທີ 30 ກໍລະກົດ ຫາວັນທີ 04 ສິງຫາ, ມີນັກສຶກສາຝຣັ່ງໂກໂຟນີ 70 ຄົນທີ່ມາຈາກ 6 ປະເທດ ອາຊີ ລວມມີ: ຫວຽດນາມ, ລາວ, ກຳປູເຈຍ, ຈີນ, ໄທ, ສ.ເກົາຫຼີ
ນັກສຶກສາຝຣັ່ງໂກໂຟນີ 6 ປະເທດ ເຂົ້າຮ່ວມໂຮງຮຽນຍາມພັກແລ້ງຢູ່ ຫວຽດນາມ - ảnh 1 ວັນບຸນ ຝຣັ່ງໂກໂຟນີ ຢູ່ນະຄອນ ໂຮ່ຈີມິນ  (ພາບປະກອບ/TTXVN)

ເຂົ້າຮ່ວມເຫດການໂຮງຮຽນຍາມພັກແລ້ງດ້ວຍຫົວຂໍ້ວ່າ “ເຊີດຊູມໍລະດົກ: ພົບປະກັບໂລກເສດຖະກິດສັງຄົມ” ຢູ່ຮ່າໂນ້ຍ. ເຫດການນີ້ ໂດຍມະຫາວິທະຍາໄລ ຮ່າໂນ້ຍ ຈັດຕັ້ງ ດ້ວຍການໜູນຊ່ວຍຂອງອົງການມະຫາວິທະຍາໄລຝຣັ່ງໂກໂຟນີ (AUF) - ຫ້ອງການອາຊີ - ປາຊີຟິກ.

        ດ້ວຍຫົວຂໍ້ວ່າ “ເຊີດຊູມໍລະດົກ:ພົບປະກັບໂລກເສດຖະກິດສັງຄົມ” ແມ່ນຫົວເລື່ອງທີ່ມີລັກສະນະສະຖານະການ, ບັນດາການເຄື່ອນໄຫວໃນລາຍການ ຊ່ວຍໃຫ້ພວກເພື່ອນນັກສຶກສາຮັບຮູ້ໄດ້ຄວາມສຳຄັນຂອງເລື່ອງອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກປະຫວັດສາດ ເພື່ອພັດທະນາແບບຍືນຍົງ. ເຫດການປະກອບສ່ວນຊ່ວຍນັກສຶກສາຝຣັ່ງໂກໂຟນີທີ່ມາຈາກບັນດາມະຫາວິທະຍາໄລໃນພາກພື້ນ ຍົກສູງຄວາມຮູ້ກ່ຽວກັບພາສາຝະຣັ່ງ ແລະ ປະກອບສ່ວນເຂົ້າໃນການໂອ້ລົມສົນທະນາ, ຄົ້ນຫາວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ