ນັກຮົບເກົ່າ ຫວຽດນາມ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືນຳກັນ

ນັກຮົບເກົ່າ ຫວຽດນາມ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືນຳກັນ - ảnh 1
ພິທີມອບອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນປາງສົງຄາມຢູ່ ຫວຽດນາມ
(ພາບ: Văn Sơn/TTXVN)

(vovworld) – ​ເນື່ອງ​​ໃນ​ໂອກາດ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Barack Obama, ວັນ​ທີ 24/7, ບັນດາ​ນັກຮົບ​ເກົ່າ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ມີ​ການ​ພົບ​ປະ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ​​ເພື່ອແລກປ່ຽນ​ຂໍ້​ມູນ​ຂ່າວ​ສານພ້ອມ​ກັນ​ຊຸກຍູ້​ວິວັດ​ການ​ແກ້​ໄຂ​ບັນດາ​ຜົນ​ເສຍ​ຫາຍ​ຈາກ​ສົງຄາມ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານພົນ​ຕີ ຟູ່ງຄັກ​ດັງ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ, ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ບັນດາທະຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ເພື່ອ​ຊອກ​ຫາ​ອັດຖິທະຫານ ຫວຽດນາມ ຫາຍ​ສາບ​ສູນ. ທ່ານພົນ​ຕີ ຟູ່ງຄັກ​ດັງ ສະ​ເໜີ​ໃຫ້​ນັກຮົບ​ເກົ່າ 2 ປະ​ເທດ​ຄວນ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ບັນ​ດາ​ຜົນງານ​ການ​ຮ່ວມ​ມື​ທີ່​ບັນລຸ​ໄດ້, ຮຽກ​ຮ້ອງ​ໃຫ້​ທະຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ຂົນຂວາຍ ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ປະ​ເທດ​ນີ້ ມີ​ການປະກອບສ່ວນ​ຫຼາຍ​ກ່ວາ​ອີກ ​​ເພື່ອ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.​​..​ ຜູ້ອຳນວຍການ​ໃຫຍ່​ສະມາຄົມ​ທະຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ ຢູ່ ຫວຽດນາມ, ທ່ານ Rick Weidman ຖື​ວ່າ: ບັນດາ​ທະຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ປາດຖະໜາ​ຢາກ​ແບ່ງປ​ັນ ​ແລະ ປະກອບສ່ວນ​ເຂົ້າ​ໃນວິວັດ​ການ​ແກ້​ໄຂ​ຜົນ​ຮ້າ​ຍຢ້​ອນຫຼັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ. ທ່ານ​ຖື​ວ່າ: ລັດຖະບານ ອາ​ເມ​ລິ​ກາ ຄວນ​ໜູນ​ຊ່ວຍ​ໃຫ້ ຫວຽດນາມ ຫຼາຍກ່ວາ​ອີກ, ພິ​ເສດ​ແມ່ນ​​ໃນ​ບັນຫາ​ຈຳກັດ​ທາ​ດ​ພິດ​ສີ​ສົ້ມ ​ແລະ ​ເກັບ​ກູ້​ທຳລາຍ​ລະ​ເບີດບໍ່​ທັນ​ແຕກ.

 



ຂ່າວ/ບົດ​ອື່ນ