ນັກຮຽນ, ນັກສຶກສາກວ່າ 24 ລ້ານຄົນເຂົ້າຮ່ວມວັນໄຂສົກຮຽນໃໝ່ 2019 – 2020

(VOVWORLD) -ຕອນເຊົ້າວັນທີ 05 ກັນຍາ, ນັກຮຽນ, ນັກສຶກສາກວ່າ 24 ລ້ານຄົນໃນທົ່ວປະເທດໄດ້ເຂົ້າຮ່ວມວັນໄຂສົກຮຽນໃໝ່ 2019 – 2020. ໃນວັນໄຂສົກຮຽນໃໝ່, ມີການນຳພັກ, ລັດຫຼາຍທ່ານໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່, ຮ່ວມມ່ວນຊື່ນພ້ອມກັບນັກຮຽນ, ນັກສຶກສາໃນທົ່ວປະເທດ.

ນັກຮຽນ, ນັກສຶກສາກວ່າ 24 ລ້ານຄົນເຂົ້າຮ່ວມວັນໄຂສົກຮຽນໃໝ່ 2019 – 2020 - ảnh 1 ພິທີໄຂສົກຮຽນຂອງໂຮງຮຽນ ກີມດົ່ງ (ພາບ: VOV)

ໂດຍປະຕິບັດຕາມແຜນນະໂຍບາຍຂອງກະຊວງສຶກສາ ແລະ ບຳລຸງສ້າງ, ພິທີໄຂສົກຮຽນໃໝ່ຢູ່ບັນດາໂຮງຮຽນໄດ້ຈັດຢ່່າງກະທັດລັດ, ຮັບປະກັນລັກສະນະເຂັ້ມງວດ ແລະ ມຸ່ງໄປເຖິງນັກຮຽນ.

        ເນື່ອງໃນໂອກາດນີ້, ວັນທີ 04 ກັນຍາ, ລະບົບລາຍການສະຖານະການການເມືອງສັງລວມ (VOV1) ແລະ ບັນດານັກອຸປະຖຳໄດ້ເປີດສະຫຼອງ ແລະ ນຳເຂົ້າໃຊ້ການໂຮງຮຽນອະນຸບານ ໂທນກ໋າ, ຢູ່ແຂວງ ຕວຽນກວາງ. ໂຮງຮຽນໃໝ່ຫຼັງນີ້ມີເນື້ອທີ່ກວ້າງເກືອບ 200 ຕາແມັດ, ລວມມີຫ້ອງຮຽນ 2 ຫ້ອງທີ່ມີຄຸນນະພາບສູງຮັບໃຊ້ນັກຮຽນເກືອບ 50 ຄົນ. ນອກນັ້ນ, VOV 1 ໄດ້ສົມທົບກັບໂຮງໝໍຫຼາຍຂະແໜງຮ່າດົງ, ຮ່າໂນ້ຍ ໄດ້ຈັດການກວດພະຍາດ, ແຈກຢາຍຢຸກຢາໃຫ້ພໍ່ແມ່ປະຊາຊົນ ລວມມີຜູ້ເຖົ້າຜູ້ແກ່, ເດັກນ້ອຍ, ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ... ເກືອບ 300 ຄົນຢູ່ເທດສະບານຕາແສງ ກົງດາ, ແຂວງ ຕວຽນກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ