ນິງ​ບິງ​ລອດ​ເຂົ້າ “Top 10 ການ​ລົງ​ພຶ​ດ​ຕິ​ກຳ​ຕົວ​ຈິງ​ທີ່ ​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ປີ 2024”

(VOVWORLD) - ມາຫວຽດນາມ ເຂົ້າຮ່ວມ Tour ທ່ອງທ່ຽວນິງບິງໃນໜຶ່ງວັນເດີນທາງຈາກຮ່າໂນ້ຍ (Full-Day Ninh Binh Highlights Tour from Hanoi) ກໍ່ໄດ້ຮັບການຄັດເລືອກເຂົ້າອັນດັບທີ 9 ໃນຈຳນວນ “Top 10 ການລົງພຶດຕິກຳຕົວຈິງທີ່ ດຶງດູດໃຈທີ່ສຸດໃນປີ 2024. 
ນິງ​ບິງ​ລອດ​ເຂົ້າ “Top 10 ການ​ລົງ​ພຶ​ດ​ຕິ​ກຳ​ຕົວ​ຈິງ​ທີ່ ​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ປີ 2024” - ảnh 1ພາບປະກອບ: TTXVN

ວັນທີ 3 ກໍລະກົດ, ພະແນກທ່ອງທ່ຽວ ແຂວງນິງບິ່ງ ໃຫ້ຮູ້ວ່າ ໂປຼແກຼມແນະນຳການທ່ອງທ່ຽວ TripAdvisor (ອາເມລິກາ) ຫາກໍ່ປະກາດບັນຊີລາຍຊື່ສະຖານທີ່ຍາດໄດ້ໄຊຊະນະໃນລາຍການ “ບັນດາສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດ, ໂດຍແຂກທ່ອງທ່ຽວຄັດເລືອກໃນປີ 2024”. ໃນນັ້ນ, ນິງບິ່ງ ໄດ້ຮັບການຄັດເລືອກເຂົ້າ “Top 10 ການລົງພຶດຕິກຳຕົວຈິງທີ່ດຶງດູດໃຈທີ່ສຸດໃນປີ 2024” ຈາກແຂກທ່ອງທ່ຽວ.

ມາຫວຽດນາມ ເຂົ້າຮ່ວມ Tour ທ່ອງທ່ຽວນິງບິງໃນໜຶ່ງວັນເດີນທາງຈາກຮ່າໂນ້ຍ (Full-Day Ninh Binh Highlights Tour from Hanoi) ກໍ່ໄດ້ຮັບການຄັດເລືອກເຂົ້າອັນດັບທີ 9 ໃນຈຳນວນ “Top 10 ການລົງພຶດຕິກຳຕົວຈິງທີ່ ດຶງດູດໃຈທີ່ສຸດໃນປີ 2024. TripAdvisor ເນັ້ນໜັກວ່າ tour ທ່ອງທ່ຽວ: “ແທນທີ່ຄວາມຄຶກຄື້ນຂອງນະຄອນຫຼວງຮ່າໂນ້ຍຂອງ ຫວຽດນາມ, ແຂກທ່ອງທ່ຽວຈະເຊື່ອມຕົວເຂົ້າກັບຄວາມງາມຂອງທຳມະຊາດຜ່ານ tour ທ່ອງທ່ຽວທີ່ມີຄວາມໝາຍທີ່ສຸດນີ້. ຜ່ານນັ້ນແຂກທ່ອງທ່ຽວ ຈະໄດ້ລົງຕົວຈິງການຍ່າງ ຫຼືຖີບລົດຖີບຮັບຊົມ ໝູ່ບ້ານທີ່ມີງາມຄືດັ່ງພາບແຕ້ມ ກໍ່ຄືມີໂອກາດຖ່າຍຮູບບັນດາທິວທັດທຳມະຊາດທີ່ສວຍງາມດັ່ງໃນຝັນ. Tour ທ່ອງທ່ຽວນິງບິງໃນມື້ ອອກເດີນທາງຈາກຮ່າໂນ້ຍ ກໍ່ນຳການສົມທົບການເຄື່ອນໄຫວທາງກາຍຍະພາບທີ່ເປັນໜ້າສົນໃຈມາໃຫ້ແຂກທ່ອງທ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ