ນະຄອນຮ່າໂນ້ຍແລະນະຄອນໂຮ່ຈິມີນຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທຳອິດ
ທ່ານ Thomas Bauche ແມ່ນນັກທ່ອງທ່ຽວສາກົນຜູ້ທຳອິດມາຢ້ຽມຢາມ ຮ່າໂນ້ຍ ໃນປີ 2017
ພາບ:anninhthudo
|
(vovworld)- ໃນເວລາ 6 ໂມງຂອງວັນທີ 1/1/2017, ທ່ານ Thomas Bauche ມາຈາກເຢຍລະມັນ ໄດ້ຮອດສະຫນາມບິນສາກົນ ໂນ້ຍບາຍ ຮ່າໂນ້ຍ, ແມ່ນນັກທ່ອງທ່ຽວສາກົນຜູ້ທຳອິດມາຢ້ຽມຢາມ ຮ່າໂນ້ຍ ໃນມື້ທຳອິດຂອງປີ 2017. ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ພ້ອມກັບການນຳກົມໃຫຍ່ທ່ອງທ່ຽວຫວຽດນາມ, ພະແນກການພົວພັນຕ່າງປະເທດຂອງນະຄອນຮ່າໂນ້ຍ ແລະ ຜູ້ຕາງຫນ້າບັນດາວິສາຫະກິດທ່ອງທ່ຽວ ຮ່າໂນ້ຍ ໄດ້ມາອວຍພອນນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມ ຮ່າໂນຍ້. ແລະກໍໃນຕອນເຊົ້າວັນດຽວກັນ, ຢູ່ສະຫນາມບິນສາກົນ ເຕີນເຊີນເຍີດ ນະຄອນ ໂຮ່ຈິມີນ, ພະແນກທ່ອງທ່ຽວນະຄອນ ໄດ້ສົມທົບກັບສະຫະສະມາຄົມທ່ອງທ່ຽວນະຄອນໂຮ່ຈິມີນ ຈັດຕັ້ງພິທີຕ້ອນຮັບນັກທ່ອງທ່ຽວສາກົນທຳອິດມາຢ້ຽມຢາມນະຄອນ. ຕາມຮີດຄອງປະເພນີຂອງຊາວຫວຽດນາມ, ຕ້ອນຮັບນັກທ່ອງທ່ຽວທຳອິດມາຢ້ຽມຢາມໃນປີ, ນອກຈາກສະແດງໃຫ້ເຫັນຄວາມງາມທີ່ເປັນມູນເຊື້ອຂອງຊາວ ຮ່າໂນ້ຍ, ນະຄອນໂຮ່ຈິມີນເວົ້າສະເພາະ ແລະ ຫວຽດນາມເວົ້າລວມເທົ່ານັ້ນ ຫາກຍັງມີຄວາມໝາຍສຳລັບຂະແຫນງທ່ອງທ່ຽວອີກດ້ວຍ.