ນະ​ຄອນ​ໂຮ່​ຈີ​ມິ​​ນ​ຈັດ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ ໃນ​ໂອ​ກາດ​ເດືອນ​ກິນ​ເຈ Ramadan

(VOVWORLD) - ປະຊາຄົມຊາວມຸດສະລິມ ຈະສືບຕໍ່ຕອບສະໜອງບັນດາຂະບວນການ, ການຂົນຂວາຍໂດຍ ອຳນາດການປົກຄອງ, ແນວໂຮມປະເທດຊາດ ທຸກຂັ້ນປຸກລະດົມ, ສ້າງຄອບຄົວວັດທະນະທຳ, ຮ່ວມແຮງຮ່ວມໃຈສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ.
ນະ​ຄອນ​ໂຮ່​ຈີ​ມິ​​ນ​ຈັດ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ ໃນ​ໂອ​ກາດ​ເດືອນ​ກິນ​ເຈ Ramadan - ảnh 1ທ່ານ ຟ້າມມິງຕວັນ ຮອງປະທານຄະນະກຳມະການ ແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ມອບຂອງຂວັນ ໃຫ້ແກ່ຄະນະຜູ້ຕາງໜ້າປະຊາຄົມຊາວ ມຸດສະລິມ (ພາບ: VOV)

ເນື່ອງໃນໂອກາດເດືອນ Ramadan ຕາມປະຕິທິນ ມຸດສະລິມ 1445 - ປະຕິທິນສາກົນ 2024, ຕອນບ່າຍວັນທີ 6 ມີນາ, ຄະນະປະຈຳ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດການພົບປະກັບຄະນະຜູ້ຕາງໜ້າປະຊາຄົມຊາວມຸດສະລິມ ນະຄອນ, ຄະນະບໍລິຫານມັດສະຍິດ, ມັດສະຍິດນ້ອຍ ແລະ ບັນດາສະຖານທີ່ດຳລົງຊີວິດຂອງສາສະໜາມຸດສະລິມ ຢູ່ ຫໍທຳມະສະພາ Musulmane. ນີ້ແມ່ນການເຄື່ອນໄຫວປະຈຳປີ ທີ່ມີຄວາມໝາຍ ຂອງຄະນະກຳມະການແນວໂຮມປະເທດຊາດ ນະຄອນ ເພື່ອແນໃສ່ປະຕິບັດນະໂຍບາຍທາງສາສະໜາຂອງພັກ, ລັດ ໃຫ້ເປັນຢ່າງດີ; ສະແດງໃຫ້ເຫັນຄວາມເອົາໃຈໃສ່, ລະດົມກຳລັງໃຈ ຜູ້ມີຍົກສັກຕຳແໜ່ງ ແລະ ສາສະນິກກະຊົນ ສາສະໜາມຸດສະລິມ ສືບຕໍ່ເຂົ້າຮ່ວມການປະຕິບັດບັນດາຂະບວນການແຂ່ງຂັນຮັກຊາດ, ສ້າງສາ, ປົກປັກຮັກສານະຄອນ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ສ່ວນທ່ານ Mohamed Amine ເລຂາຄະນະຜູ້ຕາງໜ້າປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ໄດ້ຢັ້ງຢືນວ່າ ປະຊາຄົມຊາວມຸດສະລິມ ຈະສືບຕໍ່ຕອບສະໜອງບັນດາຂະບວນການ, ການຂົນຂວາຍໂດຍ ອຳນາດການປົກຄອງ, ແນວໂຮມປະເທດຊາດ ທຸກຂັ້ນປຸກລະດົມ, ສ້າງຄອບຄົວວັດທະນະທຳ, ຮ່ວມແຮງຮ່ວມໃຈສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ