ນະຄອນໂຮ່ຈີມິນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບກູບາ

ນະຄອນໂຮ່ຈີມິນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບກູບາ - ảnh 1
ງານວາງສະແດງ ຫວຽດນາມ - ກູບາ, 55 ປີແຫ່ງວັນສາມັກຄີ ແລະ ຮ່ວມມື ຢູ່ຮ່າໂນ້ຍ
(ພາບປະກອບ: Phạm Kiên/TTXVN)

(vovworld) – ສະມາຄົມ​ມິດ​ຕະພາບ ຫວຽດນາມ - ກູ​ບາ ນະຄອນ ​ໂຮ່ຈີ​ມິນ ຫາ​ກໍ່​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 57 ປີ​ແຫ່ງ​ວັນ​ການປະຕິວັດ ກູ​ບາ ບັນລຸ​ຜົນສຳ​ເລັດ ​ແລະ ຫວນ​ຄືນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນ​ປີ 2015.

        ​ໃນ​ປີ 2015 ຜ່ານ​ມາ, ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ​ນະຄອນ ​ໂຮ່ຈີ​ມິນ ​ໄດ​້ຈັດ​ຕັ້ງ​ບັນດາ​ເຫດການ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ກູ​ບາ ສຳ​ເລັດ​ຜົນ. ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ​ນະຄອນ ​ໄດ້ສົມທົບ​ກັບ 8 ສາ​ຂາ​ ​ແລະ ສະຖານກົງສູນ​ໃຫຍ່​ກູ​ບາ ປະຈຳ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ຫຼາຍ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ນັກຮຽນ, ນັກ​ສຶກສາ ​ແລະ ປະຊາຊົນນະຄອນ​ເປັນ​ຈຳນວນ​ຫຼວງຫຼາຍ. ນອກຈາກ​ນັ້ນ, ສະມາຄົມ​ຍັງ​ຈັດ​ຕັ້ງ​ການ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ທີ່ມີ​ຄວາມ​ໝາຍ​ໃຫ້​ປະຊາຊົນ ກູ​ບາ ​ເປັນ​ຫຼາຍ​ຄັ້ງ. ທ່ານ​ນາງ ​ເຈືອງ​ທິຮ່ຽນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ນະຄອນ ​ໂຮ່ຈີ​ມິນ, ຊີ້​ແຈ້ງ​ວ່າ:

        “​ໃນ​ປີ 2016, ສະມາຄົມ​ຈະ​ສົມທົບ​ກັບ​ສະຖານກົງສູນ​ໃຫຍ່ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິ​ນ ​ແລະ ບັນດາ​ສາຂາ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ບັນດາ​ເຫດການ​ໃຫຍ່ ຫຼື ບັນດາ​ໄຊຊະນະ​ສຳຄັນ​ຂອງ ກູ​ບາ ​ແລະ ການ​ເຄື່ອນ​ໄຫວ​ອື່ນໆ​ອີກ. ພິ​ເສດ, ​ໃນ​ປີ​ນີ້, ພວກ​ເຮົາ​ຈະ​ຊອກ​ວິທີ​ຊຸກຍູ້​ບັນດາ​ສາ​ຂາ​ຂອງ​ຕົນ​ເຄື່ອນ​ໄຫວ​ແຮງ​ກ່ວາ​ອີກ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ.”


ຂ່າວ/ບົດ​ອື່ນ