ນະຄອນໂຮ່ຈິມິນຮ່ວມເດີນທາງພ້ອມກັບວິສາຫະກິດ


ນະຄອນໂຮ່ຈິມິນຮ່ວມເດີນທາງພ້ອມກັບວິສາຫະກິດ - ảnh 1
ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນໄດ້​ພົບ​ປະ​ກັບ​ບັນ​ດາ​ນັກ​ທຸ​ລ​ະ​ກິດ

(vovworld)- ຕອນ​ເຊົ້າ​ວັນ​ທີ 3/7, ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນໄດ້​ພົບ​ປະ​ກັບ​ບັນ​ດາ​ນັກ​ທຸ​ລ​ະ​ກິດ​ເພື່​ອ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ການ​ປະ​ຕິ​ບັດ​ມະ​ຕິ 35 ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເຖິງ​ປີ 2020. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊ​າຊົນ ນະ​ຄອນ​ໂຮ່​ຈິ​ມິນ ຫງວຽນ​ແທ່ງ​ຟອງ ໄດ້​ຢືນ​ຢັນ​ວ່າ ນະ​ຄອນ​ໂຮ່​ຈິ​ມິນຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ, ຮັບ​ຟັງ ແລະ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຢ່າງ​ທັນ​ການ. ທ່ານ​ເລ​ຂາ​ຄະ​ນະ​ພັກ ນະ​ຄອນ​ໂຮ່​ຈິ​ມິນ ດິງ​ລາ​ທັງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ນະ​ຄອນ​ໂຮ່​ຈິ​ມິນຈະ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ດຳ​ເນີນ​ທຸ​ລະ​ກິດ.
ຂ່າວ/ບົດ​ອື່ນ