(ພາບປະກອບ)
(vovworld) – ນະຄອນ ໂຮ່ຈີມິນ ແລະ ນະຄອນ Emmen (ໂຮນລັງ) ຊຸກຍູ້ການຮ່ວມມືໃນຂົງເຂດ logistic ສິ່ງດັ່ງກ່າວ ໂດຍທ່ານ ເຕີ໋ດແທງກາງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານ Cees Biji ເຈົ້າຄອງນະຄອນ Emmen (ໂຮນລັງ) ເຫັນດີເປັນເອກະພາບໃນການພົບປະເມື່ອວັນທີ 18/11 ຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານ ເຕີ໋ດແທງກາງ ແຈ້ງໃຫ້ຊາບວ່າ: ປະຈຸບັນນະຄອນໂຮ່ຈີມິນ ມີຫລາຍໂຄງການຮ່ວມມືກັບ ໂຮນລັງ ໃນບັນດາຂົງເຂດຄື: ການສົ່ງເສີມການຄ້າ, ການສຶກສາບຳລຸງສ້າງ, ພິເສດແມ່ນໃນຂົງເຂດຄຸ້ມຄອງຕົວເມືອງ. ນະຄອນໂຮ່ຈີມິນ ປາດຖະໜາຢາກຮ່ວມມືກັບນະຄອນ Emmen ດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດກ່ວາອີກ ໂດຍຜ່ານການສ້າງຕັ້ງ ມະຫາວິທະຍາໄລ ໂຮນລັງ ແຫ່ງໜຶ່ງ ຢູ່ນະຄອນ ໂຮ່ຈີມິນ, ພ້ອມກັບບາງຂົງເຂດອື່ນໆຄື: ກະສິກຳເຕັກໂນໂລຢີສູງ, ການທ່ອງທ່ຽວ, ຫັນສະບຽງອາຫານເປັນອຸດສາຫະກຳ, logistic; ຖອດຖອນບົດຮຽນໃນການຄຸ້ມຄອງ, ອານຸລັກຮັກສາສັດທີ່ມີຄ່າ ແລະ ຫາຍາກ…
ສ່ວນທ່ານ Cees Biji ເຈົ້າຄອງນະຄອນ Emmen ໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງຄະນະມາ ເພື່ອແນໃສ່ຊອກຫາກາລະໂອກາດຮ່ວມມືໃຫ້ບັນດາວິສາຫະກິດ 2 ຝ່າຍ. ໃນໂອກາດນີ້, ມະຫາວິທະຍາໄລ Stenden ແລະ ມະຫາວິທະຍາໄວ ເສດຖະກິດນະຄອນ ໂຮ່ຈີມິນ ກໍ່ໄດ້ລົງນາມໃນສັນຍາຮ່ວມມືຄົ້ນຄວ້າບັນດາບັນຫາ logistics, ນຳສິນຄ້າ ຫວຽດນາມ ເຂົ້າສູ່ ເອີລົບ.