ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21

ນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung
ເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21)

(vovworld) -     ວັນ​ທີ 19/11, ຢູ່​ຫໍ​ສັນຕິພາບ, ທີ່ນະຄອນຫຼວງ​ພະນົມ​ເປັນ, ປະ​ເທດ​ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ກັບ​ບັນດາການ​ນຳອາ​ຊຽນ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມສຸດ​ຍອດ​ກັບ​ບັນດາ​ປະ​ເທດຄູ່​ຮ່ວມ​ມື​ຄື: ຍີ່​ປຸ່ນ, ສ.​ເກົາຫຼີ, ອິນ​ເດຍ, ຈີນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ ອາ​ຊຽນ +3 ກັບ 3 ປະ​ເທດ​ອາຊີຕາ​ເວັນ​ອອກສຽງ​ເໜືອຄື: ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ບົດ​ກ່າວ​ປະ​ໄສ​ທີ່​ສຳຄັນ, ​ແບ່ງປັນ​ທັດສະນະ​ລວມຂອງ​ອາ​ຊຽນ ກໍ​ຄື​ຂໍ້ສະ​ເໜີ​ມາດ​ຕະການຕ່າງໆຢ່າງ​ລະອຽດ ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ໃຫ້​ນັບ​ມື້​ນັບກ້າວ​ເຂົ້າ​ສູ່​ລວງ​ເລີກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົ​ນ, ​ເພື່ອ​ສັນຕິພາບ, ການຮ່ວມ​ມື ແລະ ພັດທະນາ​​ໃນພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ຕອນ​ຄໍ່າ​ຂ​ອງວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ບັນດາ​ການ​ນຳ​ອາ​ຊຽນ ​ແລະ ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 4.
ກ່ອນ​ນັ້ນ​ຄືຕອນ​ຄໍ່າວັນ​ທີ 18/11, ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ​ໄດ້ອັດ​ລົງ​ຢ່າງຈົບງາມ. ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ອອກ​ຖະ​ແຫລ​ງການ​ພະນົມ​ເປັນ ຮັບຮອງ​ເອົາຖະ​ແຫລ​ງການ​ສິດທິ​ມະນຸດ ອາ​ຊຽນ (AHRD) ຊື່​ງ​ແມ່ນ​ເອກະ​ສານ​ດ້ານ​ການ​ເມືອງ​ສຳຄັນ​ຕົ້ນ​ຕໍ່​ກ່ຽວ​ກັບ​ການ​ຮ່ວມ​ມື​ສິດທິ​ມະນຸດ​ຢູ່​ພາກ​ພື້ນ ​ແລະ ຮັບ​ຮອງ​ເອົາ​ແຜນ​ດຳ​ເນີນ​ງານ​ຜັນ​ຂະຫຍາຍ​ຖະ​ແຫລ​ງການ ບາ​ລີ ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ​ໃນ​ປະຊາ​ຄົມ​ສາກົນ​ຂອງ​ບັນດາ​ປະຊາ​ຊາດ, ປະກາດ​ການ​ສ້າງ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສັນຕິພາບ ​ແລະ ໄກ່​ເກ​ຍປອງ​ດອງ​ ອາ​ຊຽນ (AIPR) ຢ່າງ​ເປັນ​ທາງ​ການ. ກ່ອນ​ຫນ້າ​ນັ້ນ, ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21, ວາລະ​ປະຊຸມ​ວົງ​ແຄບ​​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຈຸດ​ສຸມ ​ແລະ ບຸລິມະສິດ​ຂອງ ອາ​ຊຽນ ​ແລະ ​ແລກປ່ຽນ​ກັບ​ສະພາ​ທີ່​ປຶກສາ​ເສດຖະກິດ​ ອາ​ຊຽນ​(ABAC). ທີ່​ບັນດາ​ວາລະ​ປະຊຸມ, ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ສ້າງ​ປະຊາ​ຄົມອາ​ຊຽນ, ​ເພີ່ມ​ທະວີການ​ເຊື່ອມ​ຈອດ ​ແລະ ຮ່ວມ​ສຳພັນ​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ ກໍ​ຄື​ການ​ແລກປ່ຽນ​ ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ການ​ພົວພັນ​ການ​ຕ່າງປະ​ເທດ​ຂອງ ອາ​ຊຽນ, ບັນດາ​ການ​ນຳ ​ໄດ້​ເຫັນ​ດີວ່າ: ອາ​ຊຽນ ຄວນ​ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ, ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ໃນ​ການ​ຊຸກຍູ້​ບັນດາ​ຂອບ​ເຂດ ​ແລະ ວິວັດທະນາ​ການ​ຮ່ວມ​ມື​ຢູ່ພາກ​ພື້ນ​ຄື: ອາ​ຊຽນ +1, ອາ​ຊຽນ +3, ກອງ​ປະຊຸມ​ສຸ​ດຍອດ ອາຊີ​ຕາ​ເວັນ​ອອກ (EAS), ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) … ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ປະ​ເທດ​ຄູ່​ເຈລະຈາ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ ​ແລະ ປະກອບສ່ວນ​​ໃນ​ການ​ສ້າງ​ຈຸດໝາຍ​ລວມຢູ່​ພາກ​ພື້ນ.

ກ່ອນ​ຫນ້າ​ນັ້ນ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ພາຍຫລັງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ, ທ່ານ Le Luong Minh ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:

“ຫນ້າ​ທີ່​ບຸລິ​ມະ​ສິດ​ຕົ້ນຕໍ​ຂອງ​ເລຂາທິການ​ໃຫຍ່​ອາຍຸ​ການ​ຈະ​ມາ​ເຖິງ ​ແມ່ນ​ຊີ້​ນຳ​ນຳພາ​, ຄຸ້ມ​ຄອງ​ ​ແລະ ຕິດ​ຕາມ​ກວດກາການ​ເຄື່ອນ​ໄຫວ​ຂອງ​ຄະນະ​ເລຂາ ອາ​ຊຽນ ໃນ​ການ​ຫນູນ​ຊ່ວຍ ​ແລະ ສົມທົບ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ດຳ​ເນີນ​ງານ​ບຸລິມະສິດ ຢ່າງ​​ມີ​ປະສິດທິ​ຜົນ ພິ​ເສດ​ແມ່ນ​ໂຄງການ​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ, ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຈອດ ອາ​ຊຽນ, ຂໍ້​ລິ​​ເລີ່​ມ, ຮ່ວມ​ສຳພັນ ອາ​ຊຽນ ກໍ​ຄື​ບັນດາ​ໂຄງການ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ​ເພື່ອ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍາວ​ນານ​ຂອງ​ປະ​ເທດ​ສະມາຊິກ ອາ​ຊຽນ ທັງ​ໝົດ.”

 

ຂ່າວ/ບົດ​ອື່ນ