ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບສະມາຄົມທະນາຍຄວາມຫວຽດນາມ

ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບສະມາຄົມທະນາຍຄວາມຫວຽດນາມ - ảnh 1

ນາຍົກລັດຖະມົນຕີ Nguyen Tan Dung ​ເຮັດ​ວຽກ​ກັບ​ສະມາຄົມ​ທະນາຍຄວາມ​ຫວຽດນາມ

(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ກັບ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ຈຳນວນ​ໜຶ່ງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະມາຄົມ​ທະນາຍຄວາມ​ຫວຽດນາມ​ ກ່ຽວ​ກັບ​ໝາກຜົນ​​ແຫ່ງການ​ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ທະນາຍຄວາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ທະນາຍຄວາມ​ຫວຽດນາມ ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ້າງ​ກົດໝາຍ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງ​ຄົມ​ນິຍົມ, ວຽກ​ງານ​ເຜີຍ​ແຜ່, ສຶກສາ, ​ເປັນທີ່​ປຶກສາ​ດ້ານ​ກົດໝາຍ, ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ, ປະຕິ​ຮູບການ​ບໍລິຫານ, ປົກ​ປ້ອງສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ປະຊາຊົນ, ປະກອບສ່ວນ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ​ກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ​ຕັກ​ເຕືອນ​ໃຫ້​ສະມາຄົມ​ທະນາຍຄວາມ​ຫວຽດນາມ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ, ປະກອບສ່ວນ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ປະຊາຊົນ​ຂອງ​ພັກ ​ແລະ ລັດ ຢ່າງ​ມີ​ປະສິດທິ​ຜົນ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ.

ຂ່າວ/ບົດ​ອື່ນ