ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານກຸຸ່ມສະມາຊິກລັດຖະສະພາມິດຕະພາບ ບຣາຊິນ - ຫວຽດນາມ

(VOVWORLD) - ພ້ອມກັນນັ້ນ, ສອງຝ່າຍກໍ່ຄວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວ, ກິລາຢ່າງແຮງ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາຕ່ຳ, ສະພາສູງ ບຣາຊິນ ແລະ ສະພາແຫ່ງຊາດ ຫວຽດນາມ ເພີ່ມທະວີການສົມທົບ...
ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານກຸຸ່ມສະມາຊິກລັດຖະສະພາມິດຕະພາບ ບຣາຊິນ - ຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Marcio Honaiser, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ບຣາຊິນ - ຫວຽດນາມ
(ພາບ: VOV)

ໃນຂອບເຂດການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ, ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Marcio Honaiser, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ບຣາຊິນ - ຫວຽດນາມ ແລະ ບັນດາສະມາຊິກຂອງກຸ່ມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາສະມາຊິກລັດຖະສະພາ ແລະ ສະພາຕ່ຳ, ສະພາສູງ ບຣາຊິນ ສະໜັບສະໜູນ, ຊຸກຍູ້ວິວັດການເຈລະຈາ, ເຊັນບັນດາສັນຍາການຄ້າລະຫວ່າງ ຫວຽດນາມ - ບຣາຊິນ, ລະຫວ່າງ ຫວຽດນາມ ກັບກຸ່ມຕະຫຼາດລວມ ອາເມລິກາ ໃຕ້ (MERCOSUR), ລະຫວ່າງ ບຣາຊິນ ກັບ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) … ພ້ອມກັນນັ້ນ, ສອງຝ່າຍກໍ່ຄວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ການທ່ອງທ່ຽວ, ກິລາຢ່າງແຮງ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາຕ່ຳ, ສະພາສູງ ບຣາຊິນ ແລະ ສະພາແຫ່ງຊາດ ຫວຽດນາມ ເພີ່ມທະວີການສົມທົບ, ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອຊຸກຍູ້ບັນດາການພົບປະຂັ້ນສູງ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນໃນໄລຍະຈະມາເຖິງ, ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໃນບັນດາຂົງເຂດແບ່ງປັນບົດຮຽນນິຕິບັນຍັດ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາສາກົນຫຼາຍຝ່າຍ.

        ສ່ວນທ່ານ Marcio Honaiser, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຢັ້ງຢືນວ່າ: ຈະເອົາໃຈໃສ່, ຂົນຂວາຍບັນດາສະມາຊິກລັດຖະສະພາສະຫະລັດ ເອົາໃຈໃສ່ຊຸກຍູ້ການເລີ່ມເຈລະຈາ FTA ຫວຽດນາມ - ກຸ່ມຕະຫຼາດລວມ ອາເມລິກາ ໃຕ້, ກໍ່ຄືເລື່ອງລັດຖະບານ ບຣາຊິນ ຮັບຮອງຂໍ້ກຳນົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ