ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອອກ​ສະ​ໜາມ​ບິນ​​ນຳ​ສົ່ງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) - ໝາກຜົນການຢ້ຽມຢາມຄັ້ງນີ້ ມີຄວາມໝາຍຍຸດທະສາດ, ສົ່ງຜົນກະທົບໃນໄລຍະຍາວຕໍ່ການພັດທະນາຂອງການພົວພັນລະຫວ່າງສອງພັກ, ສອງລັດ, ໂດຍສະເພາະແມ່ນໃນສະພາບການ ຫວຽດນາມ ແລະ ຈີນ ລ້ວນແຕ່ກ້າວເຂົ້າສູ່ສັງກາດໃໝ່, ຍຸກສະໄໝພັດທະນາໃໝ່.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອອກ​ສະ​ໜາມ​ບິນ​​ນຳ​ສົ່ງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ກັບ​ຄືນ​ເມືອ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອອກສະໜາມບິນນຳສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ຄະນະກັບຄືນເມືອປະເທດ (ພາບ: VOV)

ຕອນບ່າຍວັນທີ 15 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ໄດ້ເດີນທາງອອກຈາກສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ ກັບຄືນເມືອປະເທດ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ແຕ່ວັນທີ 14 -  15 ເມສາ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ອອກສະໜາມບິນນຳສົ່ງຄະນະກັບຄືນເມືອປະເທດ.

        ຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ໝາກຜົນການຢ້ຽມຢາມຄັ້ງນີ້ ມີຄວາມໝາຍຍຸດທະສາດ, ສົ່ງຜົນກະທົບໃນໄລຍະຍາວຕໍ່ການພັດທະນາຂອງການພົວພັນລະຫວ່າງສອງພັກ, ສອງລັດ, ໂດຍສະເພາະແມ່ນໃນສະພາບການ ຫວຽດນາມ ແລະ ຈີນ ລ້ວນແຕ່ກ້າວເຂົ້າສູ່ສັງກາດໃໝ່, ຍຸກສະໄໝພັດທະນາໃໝ່.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ອອກ​ສະ​ໜາມ​ບິນ​​ນຳ​ສົ່ງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ກັບ​ຄືນ​ເມືອ​ປະ​ເທດ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ເດີນທາງອອກຈາກສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ ກັບຄືນເມືອປະເທດ (ພາບ: VOV)

        ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບດ້ວຍຄວາມສຸດຈິດສຸດໃຈ, ລອບຄອບຖີ່ຖ້ວນຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ຄະນະ. ຜ່ານການຢ້ຽມຢາມຄັ້ງນີ້ ຍິ່ງມີຄວາມເຊື່ອໝັ້ນວ່າ ຫວຽດນາມ ນັບມື້ນັບວັດທະນະຖາວອນ, ປະຊາຊົນມີຄວາມຜາສຸກ; ນ້ຳໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ຈີນ - ຫວຽດນາມ ນັບມື້ນັບພັດທະນາ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ