ລາຍ​ການ​ສິ​ລະ​ປະ​ການ​ເມືອງ “ຄວາມ​ໝັ້ນ​ໝາຍ ເໜືອ - ໃຕ້”

(VOVWORLD) -  ຕອນຄ່ຳວັນທີ 22 ເມສາ, ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ), ໄດ້ດໍາເນີນລາຍການສະແດງສິລະປະການເມືອງ “ຄວາມໝັ້ນໝາຍ 2 ພາກເໜືອ - ໃຕ້”. ເຂົ້າຮ່ວມລາຍການດັ່ງກ່າວມີທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກຄອມມູນິດ ຫວຽດນາມ ແລະ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.

ລາຍ​ການ​ສິ​ລະ​ປະ​ການ​ເມືອງ “ຄວາມ​ໝັ້ນ​ໝາຍ ເໜືອ - ໃຕ້” - ảnh 1ເວທີຂອງລາຍການ ໄດ້ແບ່ງອອກເປັນ 2 ພາກເໜືອ - ໃຕ້

ບັນດາລາຍການສະແດງສິລະປະໄດ້ທົບທວນຄືນໄລຍະຕໍ່ສູ້ອັນສະຫງ່າອົງອາດຂອງຊາດ, ແຜ່ກະຈາຍສານສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອເຫື່ອແຮງເພື່ອເອກະລາດ, ເສລີພາບຂອງຊາດ. ຈຸດພົ້ນເດັ່ນຂອງລາຍການນີ້ ແມ່ນຂະບວນວິວັດ “ໝັ້ນໝາຍ 2 ພາກເໜືອ - ໃຕ້” ຂອງນັກຮົບເກົ່າ 120 ຄົນ ທີ່ກັບຄືນຢາມສະໜາມຮົບເກົ່າ, ຈາກ ຮ່າໂນ້ຍ ເດີນທາງໄປເຂດ ໄຕງວຽນ, ບິ່ງເຟຶອກ, ເຕີຍນິງ, ນະຄອນ ໂຮ່ຈີມິນ - ເຊິ່ງເປັນບ່ອນທີ່ບັນດານັກຮົບເຄີຍເຄື່ອນໄຫວ.

ລາຍ​ການ​ສິ​ລະ​ປະ​ການ​ເມືອງ “ຄວາມ​ໝັ້ນ​ໝາຍ ເໜືອ - ໃຕ້” - ảnh 2ບັນດາລາຍການສະແດງສິລະປະທົບທວນຄືນໄລຍະຕໍ່ສູ້ອັນສະຫງ່າອົງອາດຂອງຊາດ

ທ່ານພັນເອກ ຟ້າມວັນຕູ໊, ຜູ້ອຳນວຍການສູນກະຈາຍສຽງ - ໂທລະພາບ ກອງທັບ, ເຊິ່ງເປັນກົມກອງປະຕິບັດລາຍການນີ້ ໃຫ້ຮູ້ວ່າ:

         ຈຸດພົ້ນເດັ່ນແມ່ນລາຍການສະແດງກາງແຈ້ງດ້ວຍການເຂົ້າຮ່ວມຂອງລົດຫຸ້ມເກາະຄັນຕ່າງໆທີ່ເຄີຍເຂົ້າຮ່ວມສະໜາມຮົບໃນເສັ້ນທາງສາຍພູຫຼວງ ແລະ ຢູ່ທີ່ນີ້ມີການສົມທົບຢ່າງຄ່ອງແຄວ້ລະຫວ່າງເລື່ອງລາວປະຫວັດສາດ ກັບການສະແດງສິລະປະ, ຊ່ວຍໃຫ້ມະຫາຊົນໜຸ່ມ ສາມາດຄຳນຶງເຖິງຄວາມຕັດສິນໃຈຂອງທັງຊາດ ແລະ ພິເສດແມ່ນຄວາມດຸເດືອດຂອງສົງຄາມ ເພື່ອຮູ້ເຄົາລົບນັບຖືສັນຕິພາບ ແລະ ພະຍາຍາມເສີມຂະຫຍາຍນ້ຳໃຈນັ້ນ, ຕັດສິນໃຈສ້າງສາພັດທະນາປະເທດຊາດ”.

ລາຍ​ການ​ສິ​ລະ​ປະ​ການ​ເມືອງ “ຄວາມ​ໝັ້ນ​ໝາຍ ເໜືອ - ໃຕ້” - ảnh 3ຊາວໜຸ່ມ, ໄວໜຸ່ມມາຊົມລາຍການເປັນຈຳນວນຫຼາຍ

        ສິ້ນສຸດລາຍການ, ຜູ້ຊົມໄດ້ຮັບຊົມລາຍການສະແດງຍິງບັ້ງໄຟດອກສິລະປະທີ່ແກ່ຍາວ 15 ນາທີ.


ຕອບກັບ

ຂ່າວ/ບົດ​ອື່ນ