ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ 2023

(VOVWORLD) -ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມຈັດຕັ້ງດ້ວຍຮູບການໂດຍເຊິ່ງໜ້າຢູ່ ສຳນັກງານທະນາຄານແຫ່ງລັດ ຫວຽດນາມ (ຮ່າໂນ້ຍ) ແລະ ຮູບການທາງໄກເຊື່ອມຕໍ່ກັບ 63 ສະຖານທີ່ເປັນສາຂາທະນາຄານແຫ່ງລັດຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ.
ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ 2023 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນ ທີ່ກອງປະຊຸມ

    ທະນາຄານແມ່ນເສັ້ນເລືອດຂອງເສດຖະກິດ, ເສັ້ນເລືອດຈໍລະຈອນໄດ້ດີຫຼືບໍ່ນັ້ນ, ແມ່ນຍ້ອນປະສິດທິຜົນການເຄື່ອນໄຫວ ການທະນາຄານ ແລະ ບົດບາດດັດປັບ ຂອງທະນາຄານແຫ່ງລັດ. ສະນັ້ນ, ການດັດປັບຕ້ອງມີຄວາມວ່ອງໄວ, ທັນການ, ຄ່ອງຕົວ ແລະ ມີປະສິດທິຜົນ, ຕ້ອງຖືເອົາຜົນປະໂຫຍດສ່ວນລວມ ແລະ ຜົນປະໂຫຍດ ຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໃນຕອນເຊົ້າວັນທີ 15/7, ທີ່ກອງປະຊຸມສະຫຼຸບ ການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍປະຕິບັດໜ້າທີ່ 6 ເດືອນທ້າຍປີ 2023. ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມຈັດຕັ້ງດ້ວຍຮູບການໂດຍເຊິ່ງໜ້າຢູ່ ສຳນັກງານທະນາຄານແຫ່ງລັດ ຫວຽດນາມ (ຮ່າໂນ້ຍ) ແລະ ຮູບການທາງໄກເຊື່ອມຕໍ່ກັບ 63 ສະຖານທີ່ເປັນສາຂາທະນາຄານແຫ່ງລັດຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ.

     ກ່ຽວກັບໜ້າທີ່ວຽກງານ ແລະ ວິທີແກ້ໄຂຕົ້ນຕໍໄລຍະ 6 ເດືອນທ້າຍປີ 2023 ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງປະຕິບັດບັນດາມາດຕະການບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ ແລະ ຄ່ອງຕົວໂດຍມີການຄວບຄຸມຢ່າງເໝາະສົມ ແລະ ທັນການ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ. , ຊຸກຍູ້ການເຕີບໂຕຕິດພັນກັບສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້;ໃຫ້ບຸລິມະສິດແກ່ການບໍລິໂພກ, ການລົງທຶນ ແລະ ການສົ່ງອອກ. ພ້ອມກັນນັ້ນ, ສືບຕໍ່ສຳຫຼວດກວດຄືນ, ສ້າງລະບອບລະບຽບການ, ກົນໄກ ນະໂຍບາຍກ່ຽວກັບເງິນຕາ ແລະ ທະນາຄານ; ສຸມໃສ່ຊຸກຍູ້ການແບ່ງຂັ້ນຄຸ້ມຄອງ ແລະສິດອຳນາດ, ຫຼຸດຜ່ອນລະບຽບການບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ