ນາຍົກລັດຖະມົນຕີ ມາເລເຊຍ ຜ່ານຜ່າການປ່ອນບັດໄວ້ວາງໃຈ

(VOVWORLD) - ກ່ອນທີ່ຈັດການປ່ອນບັດໄວ້ວາງໃຈ, ດ້ວຍບັດສະໜັບສະໜູນ 147/222 ບັດ, ສະພາຕ່ຳ ມາເລເຊຍ ໄດ້ເລືອກຕັ້ງທ່ານ Johari Abdul, ສະມາຊິກສະພາຕ່ຳຂອງ ສະຫະພັນຄວາມຫວັງ (PH) ກຳອຳນາດ ເປັນປະທານສະພາຕ່ຳ
ນາຍົກລັດຖະມົນຕີ ມາເລເຊຍ ຜ່ານຜ່າການປ່ອນບັດໄວ້ວາງໃຈ - ảnh 1ນາຍົກລັດຖະມົນຕີ ມາເລເຊຍ ເຂົ້າຮ່ວມວາລະໄຂກອງປະຊຸມຂອງສະພາຕ່ຳ
(ພາບ:CNA)

ວັນທີ 19 ທັນວາ, ກອງປະຊຸມສະພາຕ່ຳ ມາເລເຊຍ ຊຸດທີ XV ໄດ້ໄຂຂຶ້ນດ້ວຍຈຸດສຸມຂອງໂຄງການດຳເນີນງານທີ່ດຶງດູດຄວາມສົນໃຈແມ່ນການປ່ອນບັດໄວ້ວາງໃຈຂອງ ທ່ານ Anwar Ibrahim, ນາຍົກລັດຖະມົນຕີຄົນໃໝ່. ກ່ອນທີ່ຈັດການປ່ອນບັດໄວ້ວາງໃຈ, ດ້ວຍບັດສະໜັບສະໜູນ 147/222 ບັດ, ສະພາຕ່ຳ ມາເລເຊຍ ໄດ້ເລືອກຕັ້ງທ່ານ Johari Abdul, ສະມາຊິກສະພາຕ່ຳຂອງ ສະຫະພັນຄວາມຫວັງ (PH) ກຳອຳນາດ ເປັນປະທານສະພາຕ່ຳ. ຮອງປະທານສະພາຕ່ຳ ສອງທ່ານລ້ວນແຕ່ແມ່ນຂຶ້ນກັບສະຫະພັນກຳອຳນາດ. ສະພາຕ່ຳ ມາເລເຊຍ ໄດ້ຈັດວາລະອະພິປາຍ ແລະ ປ່ອນບັດໄວ້ວາງໃຈສຳລັບທ່ານນາຍົກລັດຖະມົນຕີ Anwar Ibrahim ດ້ວຍຮູບແບບກ່າວຄຳເຫັນ.

        ກ່ອນໜ້ານັ້ນ, ວັນທີ 16 ທັນວາ, ຜູ້ຕາງໜ້າບັນດາພັກຝ່າຍການເມືອງ ແລະ ສະຫະພາບໃນລັດຖະບານຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ສະໜັບສະໜູນລັດຖະບານສາມັກຄີ ມາເລເຊຍ, ຢັ້ງຢືນຄວາມສາມັກຄີພາຍໃນກ່ອນການປ່ອນບັດໄວ້ວາງໃຈໃຫ້ທ່ານນາຍົກລັດຖະມົນຕີ Anwar.

ຕອບກັບ

ຂ່າວ/ບົດ​ອື່ນ