ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານຄະນະກໍາມະການຮ່ວມມືເສດຖະກິດ ຍີ່ປຸ່ນ - ແມ່ນໍ້າຂອງ

(VOVWORLD) -ຫ້ອງການການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກັບ ຫວຽດນາມ.

ຕອນບ່າຍວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Yoichi Kobayashi, ປະທານຄະນະກໍາມະການຮ່ວມມືເສດຖະກິດ ຍີ່ປຸ່ນ - ແມ່ນໍ້າຂອງ ຂຶ້ນກັບຫ້ອງການການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ (JCCI).

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານຄະນະກໍາມະການຮ່ວມມືເສດຖະກິດ ຍີ່ປຸ່ນ - ແມ່ນໍ້າຂອງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Yoichi Kobayashi, ປະທານຄະນະກໍາມະການຮ່ວມມືເສດຖະກິດ ຍີ່ປຸ່ນ - ແມ່ນໍ້າຂອງ (ພາບ:TTXVN)

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ຫ້ອງການການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ ຊຸກຍູ້ໃຫ້ ຍີ່ປຸ່ນ ບືນຕົວຂຶ້ນນໍາໜ້າໃນຈໍານວນບັນດາປະເທດ, ເຂດແຄວ້ນເຂົ້າມາລົງທຶນຢູ່ ຫວຽດນາມ, ສົມກັບເປັນສາຍພົວພັນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາກຸ່ມບໍລິສັດ, ວິສາຫະກິດ ຍີ່່ປຸ່ນ ທໍາມາຄ້າຂາຍຢູ່ຫວຽດນາມ ໄດ້ປະສົບຜົນສໍາເລັດ.

        ສ່່ວນທ່ານ Yoichi Kobayashi ໃຫ້ຮູ້ວ່າ ຫ້ອງການການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ ພວມຕັ້ງໜ້າຮ່ວມມືກັບບັນດາກະຊວງ, ຂະແໜງການ, ອົງການມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ເພື່ອຜັນຂະຫຍາຍບັນດາມາດຕະການລະອຽດ  ເພີ່ມທະວີການຮ່ວມມືດ້ານເສດຖະກິດ. ຫ້ອງການການຄ້າ ແລະ ອຸດສາຫະກໍາ ຍີ່ປຸ່ນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກັບ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ