ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 04 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Song Young – moo.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Song Young – moo

ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານຫວຽດນາມຍາມໃດກໍສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດ ນັບມື້ນັບຮ່ວມມືກັນຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ເນື້ອໃນຂອງການພົວພັນ “ຄູ່ຮ່ວມມືຍຸດທະສາດ” ເປັນຫຼາຍຮູບຫຼາຍແບບ ແລະ ເລິກເຊິ່ງກວ່າອີກ.

ທ່ານລັດຖະມົນຕີ Song Young – moo ຢັ້ງຢືນທັດສະນະວ່າ ສ.ເກົາຫຼີຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່”. ທ່ານລັດຖະມົນຕີຖືວ່າ ການຮ່ວມມືດ້ານປ້ອງກັນຊາດຈະປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ທີ່ການພົບປະເຈລະຈາໃນຕອນເຊົ້າຂອງວັນດຽວກັນ ສອງຝ່າຍໄດ້ເຫັນດີກັບຫຼາຍມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ - ສ.ເກົາຫຼີ. ທ່ານລັດຖະມົນຕີຕີລາຄາສູງທັດສະນະຂອງຫວຽດນາມກ່ຽວກັບບັນຫາສັນຕິພາບໃນແຫຼມເກົາຫຼີ, ພ້ອມທັງຊີ້ແຈ້ງວ່າ ສ.ເກົາຫຼີຖືເປັນສຳຄັນທີ່ສຸດສຳລັບບັນຫາເສລີໃນການເດີນບິນ, ການເດີນທະເລຢູ່ທະເລຕາເວັນອອກ, ຖືນີ້ແມ່ນເສັ້ນທາງຄວາມໄວສູງເຊື່ອມຕໍ່ກັບບັນດາປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ