ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung (ສ.ເກົາຫຼີ)

(VOVWORLD) - ລັດຖະບານ ຫວຽດນາມ ໄດ້ຕີລາຄາສູງເລື່ອງບັນດານັກລົງທຶນ ສ ເກົາຫຼີ, ພິເສດແມ່ນກຸ່ມບໍລິສັດ Samsung ໃນຫຼາຍປີຜ່ານມາ ຍາມໃດກໍ່ຮັກສາທີ່ຕັ້ງເປັນນັກລົງທຶນຕ່າງປະເທດແຖວໜ້າຢູ່ ຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung (ສ.ເກົາຫຼີ) - ảnh 1 ທ່ານ Dongjin Koh ແລະ ທ່ານ ຫງວຽນຊວນຟຸກ

ຕອນບ່າຍວັນທີ 20 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Dongjin Koh, ຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ Samsung, ສ. ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ໄດ້ຕີລາຄາສູງເລື່ອງບັນດານັກລົງທຶນ ສ ເກົາຫຼີ, ພິເສດແມ່ນກຸ່ມບໍລິສັດ Samsung ໃນຫຼາຍປີຜ່ານມາ ຍາມໃດກໍ່ຮັກສາທີ່ຕັ້ງເປັນນັກລົງທຶນຕ່າງປະເທດແຖວໜ້າຢູ່ ຫວຽດນາມ  ແລະ ຖືວ່າ ການຮ່ວມມື, ລົງທຶນ, ຜະລິດດຳເນີນທຸລະກິດຂອງ Samsung ຢູ່ ຫວຽດນາມ ແມ່ນດີເດັ່ນໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ  - ສ. ເກົາຫຼີ. ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ ແລະ ຈະສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ Samsung ບັນລຸຜົນສຳເລັດຢູ່ ຫວຽດນາມ.

        ສ່ວນທ່ານ Dongjin Koh, ຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ Samsung ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບກ່ຽວກັບພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ Samsung ເອເລັກໂຕນິກ ຫວຽດນາມ ແຫ່ງທຳອິດຢູ່ ແຂວງ ບັກນີງ ໄດ້ຈັດຕັ້ງປະສົບຜົນສຳເລັດຢ່າງຈົບງາມ. ທ່ານ Dongjin Koh ໄດ້ຂອບອົກຂອບໃຈທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ກຸ່ມບໍລິສັດ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວລົງທຶນ, ຜະລິດ ດຳເນີນທຸລະກິດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ