ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີມາດຕະການປົກປັກຮັກສາສິ່ງແວດລ້ອມ ທາງທະເລ ຢູ່ WEF Davos 2019

(VOVWORLD) - ວັນທີ 23 ມັງກອນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ໄປເຖິງ Davos, ປະເທດ ສະວິດ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີມາດຕະການປົກປັກຮັກສາສິ່ງແວດລ້ອມ ທາງທະເລ ຢູ່ WEF Davos 2019 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ພາບ: TTXVN 

ໂດຍໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມປຶກສາຫາລືດ້ວຍຫົວຂໍ້ວ່າ: ການພົບປະ ລະຫວ່າງ ບັນດາການນຳ ກ່ຽວ ກັບໂຄງການດຳເນີນງານມະຫາສະໝຸດ. ທີ່ວາລະໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ      ຫງວຽນຊວນຟຸກ ໄດ້ສະເໜີສ້າງຕັ້ງ “ເວທີປາໄສຄູ່ຮ່ວມມືພາກລັດ - ພາກເອກະຊົນເປີດ      ກ້ວາງກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບທາງທະເລ” ເພື່ອເພີ່ມທະວີການແລກປ່ຽນປະສົບການ, ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ລະດົມ ບັນດາແຫຼ່ງກຳລັງ ແລະ ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດໃນການປົກປັກຮັກສາສິ່ງແວດລ້ອມທາງທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ