ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
(ພາບປະກອບ)

(vovworld) – ​ໂດຍ​​ຮັບ​ຄຳ​ເຊີນ​ຂອງ​ທ່ານນາຍົກ​ລັດຖະມົນຕີ ​ອົດ​ສະ​ຕາ​ລີ Tony Abbott ​ແລະ ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key, ຕອນ​ເຊົ້າ​ວັນ​ທີ 16/3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ​ໄດ້ທີ່​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ​ ​ເດີນທາງອອກ​ຈາກ ຮ່າ​ໂນ້ຍ, ​​ໄປຢ້ຽມຢາມ​ ອົດ​ສະ​ຕາ​ລີ ​​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 17 – 18/3 ​ແລະ ນິວຊິ​ແລນ ​ແຕ່​ວັນ​ທີ 19 – 20/3.

        ​​ການ​ຢ້ຽມຢາມ ອົດ​ສະ​ຕາ​ລີ ​ແລະ ນິວຊີ​ແລນ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປັບປຸງ ​ແລະ ​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​​ກັບ 2 ປະ​ເທດ​ຢ່າງ​ເລິກ​ເຊິ່ງກວ່າ​ອີກໃນ​ສະພາບ​ການ​ໂລກມີ​​ການ​ຜັນ​ແປ​ຫລາຍ​ຢ່າງ. ​ເນື່ອງ​ໃນ​ເຫດການ​ນີ້, ຫຼັງ​ຈາກ​ລາຍການ​ຂ່າວ, ​ບັນນາທິການ​ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ວ່າ: “ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ກັບ ອົດ​ສະ​ຕາ​ລີ ​ແລະ ນິວຊິ​ແລນ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ເດີນ​ທາງ​ຮອດSydney

(vovworld)-​ ຕອນ​ຄ່ຳ​ວັນ​ທີ 16/3, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ແລະ ພັນ​ລະ​ນາ ພ້ອ​ມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ເດີນ​ທາງ​ຮອດ​ນະ​ຄອນ Sydney, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Tony Abbott ແລະ ພັນ​ລະ​ຍາ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ອົດ​ສະ​ຕາ​ລີ ຄັ້ງ​ທີ  2 ຢ່າງ​ເປັນ​ທາງ​ການ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ. ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ຄັ້ງ​ນີ້​ບໍ່​ພຽງ​ແຕ່​ສືບ​ຕໍ່​ຮັດ​ແຫນ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ກັບ​ອົດ​ສະ​ຕາ​ລີ ເທົ່າ​ນັ້ນ ຫາກ​ຍັງ​ຍູ້​ແຮງ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແທດ​ຈິງກວ່າ​ໃນ​ທຸກ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

ຂ່າວ/ບົດ​ອື່ນ