ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການເຂົ້າຮ່ວມ WEF ອາຊີຕາເວັນອອກ 2013

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການເຂົ້າຮ່ວມ WEF ອາຊີຕາເວັນອອກ 2013 - ảnh 1
(ເວທີ​ປາ​ໄສ WEF ອາຊີ​ຕາ​ເວັນ​ອອກ 2013)

(vovworld) - ຕອນ​ຄໍ່າ​ວັນ​ທີ 06/06, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ຮ່າ​ໂນ້ຍ, ສິ້ນສຸດ​ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​​ໂລກ​ອາຊີ​ຕາ​ເວັນ​ອອກ​ປີ 2013 (WEF ອາຊີ​ຕາ​ເວັນ​ອອກ 2013). ທີ່​ກອງ​ປະຊຸມ WEF ອາຊີ​ຕາ​ເວັນ​ອອກ 2013 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ ​ເພື່ອ​ມຸ່ງ​ໄປ​​ເຖິງ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງຮອບດ້ານ”, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ​ໄຂ, ​​ໂດຍ​ເນັ້ນ​ໜັກ​ວ່າ ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ພວມ​ໄດ້​ຮັບ​ການ​ຍູ້​ແຮງ​ຢູ່​ອາຊີ​ຕາ​ເວັນ​ອອກ​ເວົ້າ​ລວມ ​ແລະ ອາ​ຊຽນ ​ເວົ້າ​ສະ​ເພາະ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ບົນ​ດາໂຄງການ​ພັດທະນາ​ເສດຖະກິດ, ສັງຄົມ ຢູ່​ຫວຽດນາມ, ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ​ແລ້​ວທີ່​ຈະ​ເຈລະຈາກັບ​ວິ​ສາ​ຫະກິດ​ເພື່ອ​ສືບ​ຕໍ່ປັບປຸງ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​​ໃຫ້ສະດວກສະບາຍ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ທຸກໆ​ຝ່າຍ.

        ​ໃນ​ໄລຍະ​ຢູ່ຢ້ຽມຢາມ ມຽນມາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ມຽນມາ Thein Sein ​ແລະ ຕ້ອນຮັບ​ການ​ນຳ​ຂອງ​ບາງ​ກຸ່ມ​ເສດຖະກິດ​ໃຫຍ່​ຂອງ​ໂລກ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະທານາທິບໍ​ດີ​ມຽນມາ Thein Sein, ການ​ນຳ 2 ທ່ານ​​ຢືນຢັນວ່າ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ 2 ປະ​ເທດ ​ແລະ ​ໃຫ​້ຄ​​ຳໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ຫວຽດນາມ - ມຽນມາກ​ວ່າ​ອີກ. ການ​​ເຂົ້າ​ຮ່ວມ WEF ອາຊີ​ຕາ​ເວັນ​ອອກ 2013 ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ດີງາມ, ອັນ​ໄດ້ຢືນຢັນ​ຄວາມ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ມຽນມາ.
ຂ່າວ/ບົດ​ອື່ນ