ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໝັ້ນໝາຍຮັກສາສະຖຽນລະພາບດ້ານການເມືອງ
ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໝັ້ນໝາຍຮັກສາສະຖຽນລະພາບດ້ານການເມືອງ
(ພາບ: Reuters)
|
Vovworld- ກ່າວຄຳເຫັນທີ່ແຂວງ ການດານເມື່ອຕອນເຊົ້າວັນທີ 2/8, ທ່ານນາຍົກລັດຖະມົນຕີ ຮຸນແຊນຢືນຢັນວ່າ ຈະບໍ່ປະໃຫ້ເກີດສະພາບການເມືອງບໍ່ມີທາງອອກເກີດຂຶ້ນພາຍຫຼັງການເລືອກຕັ້ງຄື ຫວ່າງປີ 1998 ແລະ 2003.
ທ່ານໃຫ້ຮູ້ວ່າ ພັກປະຊາຊົນກຳປູເຈຍ(CPP) ກຳອຳນາດຍັງຄົງໄດ້ຮັບການສະໜັບສະໜູນຢ່າງພຽງພໍໃນສະພາແຫ່ງຊາດເພື່ອສາມາດສ້າງຕັ້ງລັດຖະບານໃໝ່ນັບທັງຂະນະທີ່ພັກຝ່າຍຄ້ານປະຕິເສດ. ຄຳຖະແຫຼງຂອງ ທ່ານນາຍົກລັດຖະມົນຕີ ຮຸນແຊນ ໄດ້ຖືກຍົກອອກມາ ຄືດັ່ງຄຳປອບໃຈຫາງສຽງກ່ຽວກັບກໍລະນີເກີດສະພາບຂາດສະຖຽນລະພາບໃນໄລຍະຫຼັງການເລືອກຕັ້ງຄືໃນຊຸມປີກ່ອນນີ້, ໃນສະພາວະທີ່ພັກກູ້ຊາດຝ່າຍຄ້ານ(NRCP) ອາດຈະມີບັນດາການກະທຳຄັດຄ້ານ, ປະຕິເສດຫຼືບໍ່ຍອມຮັບໝາກຜົນແຫ່ງການເລືອກຕັ້ງສະພາແຫ່ງຊາດເມືອ່ວັນທີ 28/7ທີ່ຜ່ານມາ.