ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມໄທຢ່າງເປັນທາງການ

ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມໄທຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ຮູ​ນ​ແຊນ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/12, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ຮູ​ນ​ແຊນ ​ໄດ້​ໄປ​ຮອດ​ນະຄອນຫຼວງ ບາງກອກ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ​ໄທ​ຢ່າງ​ເປັນ​ທາງ​ການ. ຄາດ​ວ່າ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ ຮູ​ນ​ແຊນ ຈະ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄະນະ​ລັດຖະບານ​ລວມຂອງ​ສອງ​ປະ​ເທດ​ໃນ​ວັນ​ທີ 19/12.

        ການ​ຢ້ຽມຢາມ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ບາດກ້າວ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູ​ດລະຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ມີ​ຄວາມ​ຄ້າຍຄື​ກັນ​ຫຼາຍ​ຢ່າງ ​ກ່ຽວ​ກັບ​ດ້ານ​ປະຫວັດສາດ, ການ​ເມືອງ, ​ແລະ ວັດທະນະທຳ. ກ່າວ​ຄວາມ​ເຫັນ​ກັບ​ວົງ​ການ​ສື່​ມວນ​ຊົນ​ກ່ອນ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຮູ​ນ​ແຊນ, ທ່ານ​ເອກ​ອັກຄະ​ລັດຖະທູດ ກຳປູ​ເຈຍ​ປະຈຳ ​ໄທ Eat Sophea ​ໃຫ້​ຮູ້​ວ່າ: “​ເຂດ​ເສດຖະກິດ​ພິ​ເສດ​ໃກ້​ກັບ​ຊາຍ​ແດນ​ ​ໄທ - ກຳປູ​ເຈຍ ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ໝັ້ນ​ໝາຍ​ ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຮ່ວມ​ມື​, ລົງທຶນຫຼາຍ​ຢ່າງ​ໃຫ້​ເສດຖະກິດ​ສອງ​ປະ​ເທດ“.


ຂ່າວ/ບົດ​ອື່ນ