ນາຍົກລັດຖະມົນຕີສະຫະພັນລັດເຊຍ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີສະຫະພັນລັດເຊຍ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຕ້ອນຮັບ
ທ່ານ​ນາ​ຍົກ​ລັດຖະມົນຕີ​ສະຫະພັນ​ລັດ​ເຊ​ຍ Dmitry Medvedev
(ພາບ: TTXVN)


(vovworld) – ​​ຕອນ​ຄໍ່າ​ວັນ​ທີ 07/04, ທ່ານ​ນາ​ຍົກ​ລັດຖະມົນຕີ​ສະຫະພັນ​ລັດ​ເຊ​ຍ Dmitry Medvedev ພ້ອ​ມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະຫະພັນ​ລັດ​ເຊ​ຍ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິນ, ສິ້ນສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​​ແຕ່​ວັນ​ທີ 05 – 07/04, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ Dmitry Medvedev  ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ; ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ; ​ເຂົ້າ​ຢ້ຽມ​ຂໍ່ານັບ​​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕາມ​ພິທີການ​ທູດ. ທີ່​ບັນດາ​ການ​ພົບ​ປະ, 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ປະຕິບັດ​ແນວທາງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ, ຕອບສະໜອງ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ​ຂອງ​ປະຊາຊົນ 2 ປະ​ເທດ ກໍ່​ຄື​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. 2 ຝ່າຍ​ເຫັນ​ດີ​ຕ້ອງ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກຂັ້ນ, ​ໂດຍ​ສະ​ເພາະ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຫັນ​ການ​ຮ່ວມ​ມື​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຕາມ​​ແນວ​ທາງ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ບັນດາອົງການ​ຈັດ​ຕັ້ງ​ສັງຄົມ ກໍ່​ຄື​ທ້ອງ​ຖິ່ນ​ຕ່າງໆ; ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນບົນ​ເວທີ​ປາ​ໄສ​ສາກົນ. 2 ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ລົງ​ນາມ​​ໃນສັນຍາ​ການການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ພັນທະ​ພາບ​ເສດຖະກິດ​ອາຊີ - ​ເອີ​ລົບ ​ໃນ​ເຄິ່ງຕົ້ນ​ປີ 2015 ຢ່າງ​ໄວ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ລະດັບ 10 ຕື້ USD ​ໃນ​ປີ 2020. 2 ຝ່າຍ​ໄດ້ຕີ​ລາຄາ​ສູງ​ເລື່ອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງການທີ່​ກ່ຽວຂ້ອງ​ຕ່າງໆ​ຂອງ 2 ປະ​ເທດ ພວມ​ຜັນ​ຂະຫຍາ​ຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັດ, ​ໄຟຟ້າ​ນິວ​ເຄຼຍ, ອຸດສາຫະກຳ​ຂຸດ​ຄົ້ນ​ບໍ່​ແຮ່, ກະສິກຳ… ຢ່າງ​ຕັ້ງ​ໜ້າ. 2 ຝ່າຍ​​ໄດ້ເຫັນ​ດີ​ໂດຍ​ຖື​ວ່າ, ບັນດາ​ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ຜັນ​ຂະຫຍາຍ​​ຖະ​ແຫຼງກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ​ ແລະ ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ທີ່​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ Dmitry Medvedev ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​​ເອກະສານ​ບາງ​ສະບັບ​ໃນ​ບັນດາ​ຂົງ​ເຂດ​ຄື: ພະລັງງານ, ການ​ລົງທຶນ, ທະນາຄານ, ສາທາລະນະ​ສຸກ ​ແລະ ຄົມມະນາຄົມ​ຂົນ​ສົ່ງ; ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ “ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຮອບ​ດ້ານລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະ​ເທດ​ລັດ​ເຊຍ ​ເອກະ​ພາບ ​​ໃນໄລຍະ 2015 - 2017”.

ຂ່າວ/ບົດ​ອື່ນ