ນາຍົກລັດຖະມົນຕີຫງວຽນຊວັນຟຸກ: ບັນດາຂະບວນການແຂ່ງຂັນປະກອບສ່ວນເຂົ້າໃນຜົນສຳເລັດຢ່າງຮອບດ້ານຂອງປະເທດຊາດ

(VOVWORLD) -ລັດຖະບານ ຈະສຳເລັດ ແລະ ລື່ນກາຍຄາດໝາຍ 12/12 ຕົວເລກຄາດໝາຍທີ່ໄດ້ວາງອອກ. ຫວຽດນາມ ນອນໃນກຸ່ມແຖວໜ້າ 20 ປະເທດມີລະດັບເຕີບໂຕສູງທີ່ສຸດໃນໂລກ.

ນາຍົກລັດຖະມົນຕີຫງວຽນຊວັນຟຸກ: ບັນດາຂະບວນການແຂ່ງຂັນປະກອບສ່ວນເຂົ້າໃນຜົນສຳເລັດຢ່າງຮອບດ້ານຂອງປະເທດຊາດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: thoibaotaichinhvietnam.vn)

ຕອບບ່າຍວັນທີ 24 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ, ໄດ້ເປັນປະທານກອງປະຊຸມຂອງສະພາ, ປຶກສາຫາລືກ່ຽວກັບແຜນການຈັດຕັ້ງກອງປະຊຸມສະຫຼຸບ ແລະ ຍ້ອງຍໍແບບຢ່າງດີເດັ່ນ ໃນຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງຊົນນະບົດໃໝ່” ໄລຍະ 201 – 2020 ແລະ ປຶກສາຫາລືກ່ຽວກັບແຜນຮ່າງກ່ຽວກັບແຜນການຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງປະເທດຊາດ ໃນປີ 2019 ແລະ ໃຫ້ຮູ້ວ່າ, ລັດຖະບານ ຈະສຳເລັດ ແລະ ລື່ນກາຍຄາດໝາຍ 12/12 ຕົວເລກຄາດໝາຍທີ່ໄດ້ວາງອອກ. ຫວຽດນາມ ນອນໃນກຸ່ມແຖວໜ້າ 20 ປະເທດມີລະດັບເຕີບໂຕສູງທີ່ສຸດໃນໂລກ. ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ຮັບການຍູ້ແຮງ, ວຽກງານປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ ສືບຕໍ່ໄດ້ຮັບການປະຕິບັດເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ກ່າວວ່າ.

        “ບັນດາໝາກຜົນຮອບດ້ານນັ້ນ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ. ບັນດາໝາກຜົນນັ້ນໄດ້ມີການປະກອບສ່ວນສຳຄັນຂອງຂະບວນການແຂ່ງຂັນຮັກຊາດ, ໃນນັ້ນມີຂະບວນການແຂ່ງຂັນກັນສ້າງຜົນງານເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມິນ; ສະຫຼຸບ 3 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງຊຸດທີ 11 ວ່າດ້ວຍການ “ສືບຕໍ່ຍູ້ແຮງການຮ່່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ”.

ຕອບກັບ

ຂ່າວ/ບົດ​ອື່ນ