ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງແຜນການແລະການລົງທຶນລາວ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງແຜນການແລະການລົງທຶນລາວ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​
ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ​ລາວ)

(vovworld) - ​ ໃນ​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ລາວ ສຸ​ພັນ ແກ້ວ​ມີ​ໄຊ, ​ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຢືນ​ຢັນ​ວ່າ, ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໜູນ​ຊ່ວຍ​ລາວ ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ, ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ ກໍ​ຄື​ສົມ​ທົບ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ. ຍາມ​ໃດ​ຫວຽດ​ນາມ ກໍ​ສະ​ໜັບ​ສະ​ໜູນ, ແບ່ງ​ປັນ​ບົດ​ຮຽນ​ເພື່​ອ​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອລາວ ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້​ງວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສືບ​ຕໍ່​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ກາ​ນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ແມ່ນ​ອົງ​ການຕົ້ນ​ຕໍ່​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ລັດ​ຖະ​ມົນ​ຕີ 2 ທ່ານ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ຮອບ​ດ້ານ; ຄົ້ນ​ຄວ້​າ, ຊຸກຍ​ູ້​ການ​ເຊື່ອມ​ຕໍ່​ດ້ານ​ເສດ​ຖະ​ກິດ 2 ປະ​ເທດ ໃນ​ບາງ​ຂົງ​ເຂດ​ສຳ​ຄັນ​ຄື: ຄົມ​ມະ​ນາ​ຄົມ, ການ​ຄ້າ, ພະ​ລັງ​ງານ… ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ 3 ປະ​ເທດກ​ຳ​ປູ​ເຈຍ - ລາວ - ຫວຽດ​ນາມ ບົນ​ຈິດ​ໃ​ຈ​ການ​ພົວ​ພັນ​ແບບ​ພິ​ເສດ; ຍູ້​ແຮງ​ການ​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ການກໍ່​ສ້າງ, ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັ​ງ​ຄົມ, ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ.

        ສ່ວນ​ທ່ານ ສຸ​ພັນ ແກ້ວ​ມີ​ໄຊ ​ໄດ້​ແຈ້ງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊາບ​ກ່ຽວ​ກັບໝາກ​ຜົນ​ການ​ເຈ​ລະ​ຈາ​​ອັນ​ດີ​ງາມກັບ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ, ທ່ານ​ລັດ​ຖະ​ມົນ​ຕີ ສຸ​ພັນ ແກ້ວ​ມີ​ໄຊ ໃຫ້​ຮູ້​ວ່າ, 2 ຝ່າຍ​ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ພົບ​ປະແລກ​ປ່ຽນ​ຕິດ​ຕາມກວດ​ກາ ເພື່ອ​ແນ​ໃສ່​ຊຸກຍ​ູ້​ບັນ​ດ​າ​ໂຄງ​ການ​ລົງ​ທຶນ​ຂອງ 2 ປະ​ເທດ​ໃຫ້​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​​ຖືກ​ຕາມ​ແຜນ​ການ​ທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ