ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍແຂວງເກີນເທີ

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍແຂວງເກີນເທີ - ảnh 1
ທ່ານ ຫງວຽນຊວນຟຸກ ຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍແຂວງ ເກີນເທີ
(ພາບ:VGP/ກວາງຮ໋ຽວ)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 69 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ - ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຕອນ​ບ່າຍ​ວັນ​ທີ 22/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂ​ວັນ​ໃຫ້​ບັນດາ​ຄອບຄົວ​​ເປົ້າໝາຍນະ​ໂຍບາຍ​ຢູ່​ນະຄອນ ​ເກີນ​ເທີ. ຢື້​ຢາມ​ຖາມ​ຂ່າວ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວເປົ້າໝາຍ​ນະ​ໂຍບາຍ, ທ່ານ​ນາຍົກລັດຖະມົນຕີ ສະ​ແດງ​ຄວາມ​​ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ສະມາຊິກ​ໃນ​ຄອບຄົວ​ເປົ້າໝາຍນະ​ໂຍບາຍ​ຍາມ​ໃດ​ກໍ່​ຮັກສາ ​, ​ເສີມ​ຂະຫຍາຍ​ມູນ​ເຊື້​ອປະຕິວັດ, ດຳລົງ​ຊີວິດ​​ເປັນ​ແບບຢ່າງ, ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ລະອຽດ, ​ແທດ​ຈິງ​ພ້ອມ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ປະຊາຊົນທ້ອງ​ຖິ່ນ​ກໍ່ສ້າງ, ພັດທະນາ​ບ້ານ​ເກີດ​ເມ​ືອງນອນ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ຄະນະ​ພັກ​ແຂວງ, ອຳ​ນາດ​ການ​ປົກຄອງ, ​ແນວ​​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່, ລະດົມ​ກຳລັງ​ໃຈ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​​ໃຫ​້ບັນດາ​ຄອບຄົວ​ເປົ້າໝາຍນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຢູ່​ທ້ອງ​ຖິ່ນ​​ເປັນ​ປະຈຳ.


ຂ່າວ/ບົດ​ອື່ນ