ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຢ້ຽມຢາມແລະເຮັດວຽກຢູ່ລາວ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຢ້ຽມຢາມແລະເຮັດວຽກຢູ່ລາວ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ
 ທອງສິງ ທຳ​ມະ​ວົງ ອອກ​ຄຳ​ສັ່ງ​ລົງມື​ກໍ່ສ້າງ​ໂຄງການ​ຂຸດ​ຄົ້ນ​ເກື​ອ Kali  ​)

(vovworld) –​​​ ​ ຕອນ​ເຊົ້າ​ວັນ​ທີ 13/9, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເດີນທາງອອກ​ຈາກ ຮ່າ​ໂນ້ຍ ​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​​ແຕ່​ວັນ​ທີ 13 -14/09 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ ສປປລາວ ທອງ​ສິງ ທຳ​ມະ​ວົງ. ຮ່ວມ​ເດີນທາງ​ພ້ອມກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ມີ​ການ​ນຳ​ຫ້ອງ​ວ່າການ​ລັດຖະບານ ​ແລະ ບັນດາ​ກະຊວງ​ເຊັ່ນ: ກະຊວງ​ອຸດສາຫະກຳ - ການ​ຄ້າ, ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ, ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ, ກະຊວງ​ການ​ຕ່າງປະ​ເທດ

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ລາວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງສິງ ທຳ​ມະ​ວົງ ​ເຂົ້າ​ຮ່ວມ ​ແລະ ອອກ​ຄຳ​ສັ່ງ​ລົງມື​ກໍ່ສ້າງ​ໂຄງການ​ຂຸດ​ຄົ້ນ​ເກື​ອ Kali ຢູ່​ເມືອງ ໜອງ​ບົກ ​ແຂວງ ຄຳ​ມວນ, ນີ້​ແມ່ນ​ໂຄງການ​ສຳຄັນ​ແບບ​ພິ​ເສດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ໃຫຍ່​ສຸດ​ຂອງ ຫວຽດນາມ ທີ່​ລົງທຶນ​ຢູ່​ຕ່າງປະ​ເທດ, ຕອບ​ສະໜອງ​ຝຸ່ນ​ເຄມີ Kali ​ໃຫ້ ຫວຽດນາມ ​ເພື່ອ​ປ່ຽນ​ທົດ​ແທນ​ສິນຄ້ານຳ​ເຂົ້າ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ເນັ້ນ​ໜັກ​ວ່າ: ​ໂຄງການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ເກືອ Kali ຢູ່​ແຂວງ ຄຳ​ມວນ ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມຂອງ ລາວ. ​ໂຄງການ ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງພັກ, ລັດຖະບານ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ. ກ່າວ​ຄຳ​​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ ຊີ້​ແຈ້ງວ່າ: ​ໂຄງການ​ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​​ເກືອ Kali ຢູ່​ແຂວງ ຄຳ​ມ່ວນ ​ແມ່ນ​ໂຄງການ​ຈຸດ​ສຸມ, ນອນ​ໃນ​ແຜນກຳນົດ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ເຄມີຂອງ ຫວຽດນາມ. ພ້ອມ​ກັນ​ນັ້ນ, ​ໂຄງການ​ຈະ​ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້ການ​ພົວພັນ​ຮ່ວມ​ມື​ເສດຖະກິດ 2 ຝ່າຍ ຫວຽດນາມ - ລາວ, ປະກອບສ່ວນ​ສຳຄັນ​ປັງ​ປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອ, ຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽ​ດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ.

        ​ແລະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກໍ​ໄປ​ຢ້ຽ​ມຢາມ​ເຂດ​ອະນຸສອນ​ສະຖານ ປະທານ ​ໂຮ່ຈີ​ມິນ ຢູ່​ບ້ານ ຊຽງ​ວາງ ​ເມືອງ​ໜອງ​ບົກ ​ແຂວງ ຄຳ​ມ່ວນ…​ໂອ້​ລົມ​ກັບ​ພໍ່​ແມ່​ພີ່​ນ້ອງຊາວ ຫວຽ​ດນາມ ອາ​ໄສ​ຢູ່ທີ່​ນີ້.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຊີ້​ນຳ​ສະຖານທູດ ​ແລະ ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ​ແຂວງ ສະຫວັນ​ນະ​ເຂດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຕ້ອງການອັນ​ຊອບ​ທຳ​ຂອງ​ພໍ່​ແມ່​ປະຊາຊົນ​ພວມ​ທຳ​ງານ, ດຳລົງ​ຊີວິດ​ຢູ່​ແຂວງ ຄຳ​ມ່ວນ

ຂ່າວ/ບົດ​ອື່ນ