ນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງໄປມຽນມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 25

ນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງໄປມຽນມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 25 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢູ່​ສະ​ໜາມ​ບິນ​ສາ​ກົນ Nay Pyi Taw
(ພາບ: nguyentandung.org)

 (vovworld) ​​- ຕອນ​ຄຳ່​ວັນ​ທີ 11/11, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ້ນຢຸ້ງ ​ໄດ້​ໄປຮອດນະຄອນຫຼວງ Nay Pyi Taw ປະ​ເທດ​ມຽນມາ ​​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 25 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່ກ່ຽວຂ້ອງ, ຕາມ​ຄຳ​​ເຊື້ອເຊີນ​ຂອງ​ທ່ານ​ປະທານາທິບໍດີປະ​ເທດ​ເຈົ້າພາບ Thein Sein . ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີຫວຽດນາມຫງວຽນ​ເຕິ້ນຢຸ້ງ ​ ​ຢູ່​ສະໜາມ​ບິນ​ສາກົນ Nay Pyi Taw ມີ​ບັນດາ​ສະມາ​ຊິກລັດຖະບານ​ມຽນມາ, ທ່ານ​ເອກ​ອັກຄະ​ລັດຖະທູດມຽນມາປະຈຳ​ຫວຽດນາມ, ທ່ານ​ລັດຖະມົນຕີຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ຫົວໜ້າ SOM ອາ​ຊຽນ           ຟ້າ​ມກວາງ​ວິ​ງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ມຽນມາ​ຟ້າ​ມ​ແທງ​ຢຸ້ງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ປະຈຳ​ອາຊຽນຫວູດັງ​ຢຸ້ງ ພ້ອມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ມຽນມາ.

          ຕອນ​ເຊົ້າ​ວັນ​ທີ 12/11, ທ່ານ​ນາຍົກລັດຖະມົນຕີຫວຽດ​ນາມ​ຫງວຽນ​ເຕິ້ນຢຸ້ງ ພ້ອມ​ກັບ​ບັນດາ​ການ​ນຳ ອາ​ຊຽນ ​ເຂົ້າ​ຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນຄັ້ງ​ທີ 25. ພາຍຫຼັງ​ພິທີ​ເປີດ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ​ຫງວຽນ​ເຕິ້ນຢຸ້ງ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ວາລະ​ປະຊຸມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ໃນ​ຂອບ​ເຂດ​ກອງ​ປະຊຸມ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕິ້ນຢຸ້ງ ກໍ່​ມີ​ບັນດາ​ການ​ພົບ​ປະ 2 ຝ່າຍ​ ກັບ​ການ​ນຳ​ບັນດາ​ປະ​ເທດ, ບັນດາ​ອົງການ​ສາກົນ​ເພື່ອ​ແລກປ່ຽນ​ບັນດາ​ມາດຕະການຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ.


ຂ່າວ/ບົດ​ອື່ນ