ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນສະພາສັງຄະລາດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 18 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະພາສັງຄະລາດຫວຽດນາມນຳໂດຍ ຫົວໜ້າສຳນັກສັງຄະລາດ ຫງວຽນຈິ້ລິງ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນສະພາສັງຄະລາດຫວຽດນາມ - ảnh 1 ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນສະພາສັງຄະລາດຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະແດງຄວາມເຊື້ອໝັ້ນວ່າ ຫົວໜ້າສຳນັກສັງຄະລາດ ແລະ ຄະນະປະຈຳສະພາ ໃນອາຍຸການໃໝ່ ຈະສືບຕໍ່ປະຕິບັດຕາມລະບຽບກົດໝາຍຂອງລັດ, ຕັ້ງໜ້າເຂົ້າຮ່ວມກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນປີ 2019 ດ້ວຍບັນດາຜົນງານພິເສດ, ເປັນຕົ້ນແມ່ນເຮັດສຳເລັດ ແລະ ລື່ນກາຍ 12 ຄາດໝາຍຊຶ່ງສະພາແຫ່ງຊາດຫວຽດນາມໄດ້ວາງອອກ.

    ໃນປີ 2018, ການພົວພັນລະຫວ່າງຫວຽດນາມກັບບັນດາປະເທດໃນໂລກໄດ້ຮັບການເພີ່ມທະວີ, ປັບປຸງຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການພົວພັນກັບສຳນັກວາຕີກັງ. 

ຕອບກັບ

ຂ່າວ/ບົດ​ອື່ນ