(vovworld) - ໂດຍໄດ້ຮັບຄຳເຊີນຂອງລັດຖະບານສາທາລະນະລັດປະຊາຊົນຈີນ ແລະ ອຳນາດການປົກຄອງເຂດປົກຄອງຕົນເອງຊົນເຜົ່າ ຈ້ວາງ ແຂວງກວາງສີ, ປະເທດຈີນ, ຕອນເຊົ້າວັນທີ 20/9, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ນຳໜ້າຄູະນະຜູ້ແທນລັດຖະບານຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ເຂົ້າຮ່ວມງານຕະຫຼາດນັດວາງສະແດງອາຊຽນ - ຈີນ (CARXPO) ແລະ ກອງປະຊຸມສຸດຍອດການລົງທຶນ - ການຄ້າອາຊຽນ - ຈີນ ຄັ້ງທີ 9, ຢູ່ນະຄອນໜາມໜີງ, ເຂດປົກຄອງຕົນເອງຊົນເຜົ່າ ຈ້ວາງ ແຂວງກວາງສີ, ປະເທດຈີນ ແຕ່ວັນທີ 20 – 21/9/2012.
ງານຕະຫຼາດນັດວາງສະແດງອາຊຽນ - ຈີນ ແລະ ກອງປະຊຸມສຸດຍອດການລົງທຶນ - ການຄ້າອາຊຽນ - ຈີນ ຖືກຈັດຂຶ້ນປະຈຳປີໂດຍກະຊວງການຄ້າຈີນ ແລະ 10 ປະເທດອາຊຽນ, ງານຕະຫຼາດນັດວາງສະແດງອາຊຽນຈີນ ປີນີ້ດ້ວຍຫົວຂໍ້ແມ່ນ “ຮ່ວມມືດ້ານວິທະຍາສາດ ແລະ ເຕັກນິກ” ໄດ້ສຸມໃສ່ວາງສະແດງບັນດາຜະລິດຕະພັນເຕັກທີ່ມີໂນໂລຊີສູງ, ເພີ່ມທະວີການແລກປ່ຽນວິທະຍາສາດ, ເຕັກນິກ, ການລົງທຶນ ແບະ ການຄ້າ ດ້ວຍຈຸດໝາຍຮຽກຮ້ອງປະຊາຊົນປະເທດຕ່າງນຳໃຊ້ບັນດາແຫຼ່ງຊັບພະຍາກອນຢ່າງເໝາະສົມ, ພ້ອມກັນສ້າງປະຊາຄົມຮ່ວມທີ່ປ່ອງດອງ.