ນາຍົກລັດຖະມົນຕີເປັນປະທານກອງປະຊຸມສົ່ງເສີມການລົງທຶນແລະໂຄສະນາການທ່ອງທ່ຽວແຂວງລາຍເຈົາ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມສົ່ງເສີມການລົງທຶນແລະໂຄສະນາການທ່ອງທ່ຽວແຂວງລາຍເຈົາ - ảnh 1
(ນາຍົກລັດຖະມົນຕີເປັນປະທານກອງປະຊຸມສົ່ງເສີມ
ການລົງທຶນແລະໂຄສະນາການທ່ອງທ່ຽວແຂວງລາຍເຈົາ)

(vovworld) - ​​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ ໃນ​ຕອນ​ເຊົ້າ​ວັນ​ທີ 23/04, ຢູ່​ແຂ​ວງ​ລາຍ​ເຈົາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້​ງວ່າ, ລາຍ​ເຈົາ ​ມີຄວາມຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ພັ​ດທະ​ນາ​ເສດ​ຖະ​ກິດ​ທີ່​ໃຫຍ່​ຫຼວງຄື ມີ​ແຫຼ່ງ​ນ້ຳ, ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ ເຊິ່ງ​ຕະ​ຫຼາດ​ຍີ່​ປຸ່ນ ຮັບ​ຮູ້, ມີ​ແຫຼ່ງ​ສິນ​ໃນ​ນ້ຳ​ທີ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ… ນອກນັ້ນ, ຍັງ​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕ່າງໆ, ບັນ​ດາ​​ທັດ​ສະ​ນີ​ຍະ​ພາບ​ສວຍ​ງາມ ສາ​ມາດ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ.

        ກ່ຽວ​ກັບ​ບັນ​ດາ​ວຽກ​ງານ​ທີ່​ຕ້ອງ​ເຮັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້ນ​ຳ​ໃຫ້​ແຂວງ ລາຍ​ເຈົາ ຕ້ອງ​ຮີບ​ເຮັ່ງ​ປະ​ຕ​ິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງກ​ານ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະ​ດວກ.

        “ແຂວງ ຕ້ອງ​ສືບ​ຕໍ່​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ເປັນ​ຢ່າງ​ດີກວ່າ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງກ​ານ​ລົງ​ທຶນ​ທີ່​​ສະ​ດວກກວ່າ, ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິ​ດ​ດຳ​ເນີນ​ທຸ​ລະ​ກິ​ດ​ບັນ​ລຸ​ປະ​ສິດ​ທິ​ຜົນ​ໃນ​ບໍ​ລິ​​ເວນ​ແຂວງ. ລາຍ​ເຈົາ ຕ້ອງ​ຖື​ຜົນ​ປະ​ໂຫຍດ​ຂອງ​ນັກ​ລົງ​ທຶນ​ຄື​ດັ່ງ​ຜົນ​ປະ​ໂຫຍດ​ຂອງ​​ແຂວງ​ຕົນ, ຂອງ​ປະ​ເທດ​ຕົນ”.

        ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ​ສຳ​ລັບ​ແຂວງ ລາຍ​ເຈົາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ຢືນຢ​ັນ​ວ່າ, ໃນ​ຕໍ່​ໜ້າ​ຈະ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ລາຍ​ເຈົາ, ກ່ອນ​ອື່ນ​ໝົດ​ແມ່ນ​ເສັ້ນ​ທາງ​ຈາກ​ລາຍ​ເຈົາ​ເຊື່ອມ​ຕໍ່​​ກັບເສັ້ນ​ທາງ​ດ່ວນ​ຮ່າ​ໂນ້ຍ - ລາວ​ກາຍ ແລະ ບັນ​ດາ​ເສັ້ນ​ທາງ​ຕ່າງໆ.

ຂ່າວ/ບົດ​ອື່ນ