ນາໂຕເຫັນດີຮັກສາລະດັບການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ

(VOVWORLD) - ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຮັກສາລະດັບການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ຄືໃນຊຸມປີຜ່ານມາ
ນາໂຕເຫັນດີຮັກສາລະດັບການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ - ảnh 1(ພາບປະກອບ: TTXVN)

        ບັນດາປະເທດສະມາຊິກ ນາໂຕ ໄດ້ເຫັນດີສະໜອງການໜູນຊ່ວຍດ້ານການທະຫານດ້ວຍຈຳນວນເງິນ 40 ຕື້ເອີໂລ (43,05 ຕື້ USD) ໃຫ້ແກ່ ຢູແກຼນ ໃນປີ 2025. ຕາມຂໍ້ມູນຂອງນັກການທູດຝ່າຍຕາເວັນຕົກທ່ານໜຶ່ງໃຫ້ຮູ້ໃນວັນທີ 03 ກໍລະກົດ ແລ້ວ, ກ່ອນທີ່ຈະຈັດກອງປະຊຸມສຸດຍອດ ນາໂຕ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ເປັນເວລາ 1 ອາທິດ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຮັກສາລະດັບການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ຄືໃນຊຸມປີຜ່ານມາ, ນັບແຕ່ເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເມື່ອເດືອນ ກຸມພາ 2022, ໝາຍຄວາມວ່າເທົ່າກັບປະມານ 40 ຕື້ເອີໂລ/ປີ. ການນຳບັນດາປະເທດສະມາຊິກ ນາໂຕ ຈະຮັບຮອງເອົາຄຳໝັ້ນສັນຍາດັ່ງກ່າວໃນອາທິດຈະມາເຖິງ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 02 ກໍລະກົດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໃຫ້ຮູ້ວ່າ, ອາເມລິກາ ຈະໜູນຊ່ວຍບ້ວງເງິນຄວາມໝັ້ນຄົງໃໝ່ທີ່ມີມູນຄ່າ 2,3 ຕື້ USD ໃຫ້ແກ່ ຢູແກຼນ, ລວມທັງບັນດາອາວຸດປ້ອງກັນອາກາດ ແລະ ປືນຕໍ່ສູ້ລົດຖັງສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ