ນຳວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມແລະສ.ເກົາຫຼີໃຫ້ຂຶ້ນສູ່ລະດັບ 100 ຕື້ USD ໃນປີ 2020

ນຳວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມແລະສ.ເກົາຫຼີໃຫ້ຂຶ້ນສູ່ລະດັບ 100 ຕື້ USD ໃນປີ 2020 - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຫວູ​ຕູ໋, ໄດ້​ຍືນ​ສານ​ຕາ​ຕັ້ງ
​ຕໍ່​ຜູ້​ຮັກສາ​ການ​ປະທານາທິບໍດີ​ສ.ເກົາ​ຫຼີ ​ທ່ານ Hwang kyo ahn
(ພາບ: vietnamplus.vn)

(vovworld) - ​ວັນ​ທີ 24/04, ຢູ່​ນະ​ຄອນ​ຫຼວງ ເຊີ​ອຸນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ ຜູ້​ມີອ​ຳ​ນາດ​ເຕັບ​ແຫ່ງ​ສ​ສ.ຫວຽດ​ນາມ ປະ​ຈຳ​ສ.ເກົາ​ຫຼີ ຫງວຽນ​ຫວູ​ຕູ໋, ໄດ້​ຍືນ​ສານ​ຕາ​ຕັ້ງ​ຕໍ່​ຜູ້​ຮັກສາ​ການ​ປະທານາທິບໍດີ​ສ.ເກົາ​ຫຼີ ​ທ່ານ Hwang kyo ahn. ທີ່​ການ​ຕ້ອນ​ຮັບ​ພາ​ຍ​ຫຼັງ​ພິ​ທີ​ຍືນ​ສານ​ຕາ​ຕັ້ງ, ຜູ້​ຮັກສາ​ການ​ປະທານາທິບໍດີ​ສ.ເກົາ​ຫຼີ ​ທ່ານ Hwang kyo ahn ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ 2 ປະ​ເທດ​ຈະ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ, ພິ​ເສດ​ແມ່ນ​ໃນ​ປີ 2017 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ 2 ຝ່າຍ (22/12/1992 – 22/12/2017), ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ 100 ຕື້ USD ໃນ​ປີ 2020.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຫວູ​ຕູ໋ ສະ​ເໜີ​​ຕໍ່ຜູ້​ຮັກສາ​ການ​ປະທານາທິບໍດີ​ສ.ເກົາ​ຫຼີ ​ທ່ານ Hwang kyo ahn ແລະ ລັດ​ຖະ​ບານ​ສ.ເກົາ​ຫຼີ ສືບ​ຕໍ​ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ​ຄື: ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ…


ຕອບກັບ

ຂ່າວ/ບົດ​ອື່ນ