ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນຈາກ ນອກແວ ກັບຄືນປະເທດ

(VOVWORLD) - ຜູ້ໂດຍສານທັງໝົດໄດ້ປະຕິບັດການແຍກຕົວ ແລະ ກວດສຸຂະພາບແລ້ວ ຕາມການກຳນົດ ເມື່ອຍົນລົງຈອດຢູ່ສະໜາມບິນໂນ້ຍບ່າຍ.
ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນຈາກ ນອກແວ ກັບຄືນປະເທດ - ảnh 1ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນຈາກ ນອກແວ ກັບຄືນປະເທດ  (ພາບ: baoquocte.vn)

  ໃນລະຫວ່າງວັນທີ 16 – 17 ຕຸລາ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ນອກແວ ໄດ້ສົມທົບກັບບໍລິສັດການບິນ Qatar Airways  ແລະ ບັນດາອົງການເຈົ້າໜ້າທີ່ ນອກແວ ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 340 ຄົນ ເປັນຊາວຜູ້ອອກແຮງງານທີ່ໝົດກຳນົດເວລາຕາມສັນຍາ, ບໍ່ມີບ່ອນພັກອາໄສ ກັບຄືນປະເທດ. ສະຖານທູດ ຫວຽດນາມ ປະຈຳ ນອກແວ ໄດ້ສົມທົບຢ່າງແໜ້ນແຟ້ນກັບອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ເພື່ອໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງເຄື່ອນຍ້າຍໄປຮອດສະໜາມບິນ.

          ຜູ້ໂດຍສານທັງໝົດໄດ້ປະຕິບັດການແຍກຕົວ ແລະ ກວດສຸຂະພາບແລ້ວ ຕາມການກຳນົດ ເມື່ອຍົນລົງຈອດຢູ່ສະໜາມບິນໂນ້ຍບ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ