ບຸນກາຣີ ກະກຽມສົ່ງໃບຄຳຂໍເຂົ້າເປັນສະມາຊິກຂອງ Eurozone

(VOVWORLD) - ບຸນກາຣີ ພວມມານະພະຍາຍາມຍູ້ໄວການເຂົ້າຮ່ວມພາກພື້ນໃຊ້ສະກຸນເງິນ ເອີໂຣ ໃນຂະນະທີ່ພວມດຳລົງຕຳແໜ່ງເປັນປະທານໝູນວຽນຂອງສະຫະພາບເອີລົບ
ບຸນກາຣີ ກະກຽມສົ່ງໃບຄຳຂໍເຂົ້າເປັນສະມາຊິກຂອງ Eurozone - ảnh 1ທ່ານນາຍົກລັດຖະມົນຕີ ບຸນກາຣີ Boyko Borissov 

ທ່ານນາຍົກລັດຖະມົນຕີ ບຸນກາຣີ Boyko Borissov ຫາກໍ່ປະກາດວ່າ: ແນ່ນອນວ່າ ປະເທດນີ້ຈະສົ່ງໃບຄຳຂໍເຂົ້າເປັນສະມາຊິກຂອງພາກພື້ນໃຊ້ສະກຸນເງິນລວມ ເອີລົບ (Eurozone) ໃນວັນທີ 14 ກໍລະກົດ ຈະມາເຖິງ. ບຸນກາຣີ ພວມມານະພະຍາຍາມຍູ້ໄວການເຂົ້າຮ່ວມພາກພື້ນໃຊ້ສະກຸນເງິນ ເອີໂຣ ໃນຂະນະທີ່ພວມດຳລົງຕຳແໜ່ງເປັນປະທານໝູນວຽນຂອງສະຫະພາບເອີລົບ (EU) ແລະ ໄດ້ຮັບການສະໜັບສະໜູນດ້ານການເມືອງຈາກຄະນະກຳມະການເອີລົບ (EC). ທ່ານນາຍົກລັດຖະມົນຕີ Borissov ໃຫ້ຮູ້ວ່າ: ລັດຖະມົນຕີກະຊວງການເງິນ ບຸນກາຣີ ຈະປຶກສາຫາລືລາຍລະອຽດກັບບັນດາຄູ່ຕຳແໜ່ງທີ່ກອງປະຊຸມລັດຖະມົນຕີກະຊວງການເງິນ EU ໃນວັນທີ 14 ກໍລະກົດຈະມາເຖິງ. ບຸນກາຣີ ມີມາດຕະຖານຢ່າງພຽງພໍເພື່ອໄດ້ຮັບການຮັບຮູ້ເຂົ້າຮ່ວມເຂດໃຊ້ສະກຸນເງິນເອີໂຣ, ຍ້ອນເງິນຕາພາຍໃນປະເທດຂອງປະເທດນີ້ໄດ້ມີການເຊື່ອມຕໍ່ແໜ້ນແຟ້ນກັບສະກຸນເງິນເອີໂຣ, ອັດຕາໄພເງິນເຟີ້ຕ່ຳ ແລະ ການເງິນຂອງລັດປອດໃສ. ແຕ່ເຖິງຢ່າງໃດກໍ່ຕາມ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງປະເທດນີ້ພຽງເທົ່າກັບເຄິ່ງໜຶ່ງຂອງ ອີຢູເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ