ບັນດາກຸ່ມຝ່າຍຄ້ານຊີຣີ ເລີ່ມຕົ້ນການເຈລະຈາຢູ່ລັດເຊຍ

ບັນດາກຸ່ມຝ່າຍຄ້ານຊີຣີ ເລີ່ມຕົ້ນການເຈລະຈາຢູ່ລັດເຊຍ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 26/01, ບັນດາ​ກຸ່ມ​ຝ່າຍ​ຄ້າ​ນຢູ່​ຊີຣີ ​ໄດ້​ເລີ່​ມຈັດການ​ເຈລະຈາ​ຢູ່​ນະຄອນຫຼວງ​ມົດສກູ, ປະ​ເທດ​ລັດ​ເຊຍ ​ເປັນ​ເວລາ 4 ວັນ, ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການ​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ພາກ​ຕາ​ເວັນ​ອອກ​ກາງ​ທີ່​ແກ່ຍາວ​ເປັນ​ເວລາ​ເກືອບ 4 ປີຜ່ານມາ. ຕາມ​ແຈ້ງ​ການຂອງ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Mikhail Bogdanov ​ແລ້ວ, ມີ​ຜູ້ຕາງ​ໜ້າ​ບັນດາກຸ່ມ​ຝ່າຍ​ຄ້ານ ​25 ຄົນໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັບເຊິ່ງຖືກຈັດ​ຂຶ້ນ​ໃນ​ເວ​ລາ 15 ​ໂມງ (ຕາມ​ເວລາ​ຫວຽດນາມ). ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ນີ້, ມີ​ພຽງ​​ພັກ​ຝ່າຍ​ຕ່າງໆຢູ່​ຊີຣີ ​ເທົ່າ​ນັ້ນ ​ແລະ ບໍ່​ມີ​ຜູ້ຕາງໜ້າ​ຂອງ​ປະຊາ​ຄົມ​​ໂລກ. ຕາມ​ແຜນການ, ​ໄລຍະ​ທີ 1 ຂອງ​ວິວັດທະນາ​ການ​ເຈລະຈາ ຈະຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 26 – 27/01 ສະ​ຫງວນ​ໃຫ້​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ຢູ່​ຊີຣີ; ​​ໄລຍະ​ທີ 2 ​ເລີ່​ມດຳ​ເນີນ​ແຕ່​ວັນ​ທີ 28 – 29/01 ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄະນະ​ຜູ້​ແທນ​ທີ່​ຕາງ​ໜ້າ​ໃຫ້​ລັດຖະບານ​ຂອງ​ທ່ານ​ປະທານາທິບໍດີຊີຣີ Bashar al Assad, ​ໂດຍ​ທ່ານ Bashar Jaafari, ຜູ້ຕາງໜ້າ​ຂອງ​ຊີຣີ ປະຈຳ​ສະຫະ​ປະຊາ​ຊາດ ​ເປັນ​ຫົວ​ໜ້າ​ຄະ​ນະ. ​ແຕ່​ວ່າ, ສຳພັນທະ​ມິດ​ຊົນ​ຊາດ, ກຸ່ມ​ຝ່າຍ​ຄ້ານພັດ​ຖິ່ນໃຫຍ່​ກວ່າ​ໝູ່​ຢູ່​ຊີຣີ ​​ຕົກລົງປະຕິ​ເສດ​ບໍ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ