ບັນດາການເຄື່ອນໄຫວແທດຈິງລະນຶກວັນນັກທຸລະກິດ ຫວຽດນາມ 23/10

ບັນດາການເຄື່ອນໄຫວແທດຈິງລະນຶກວັນນັກທຸລະກິດ ຫວຽດນາມ 23/10 - ảnh 1
ພິທີ​ເຊີດ​ຊູ ​ແລະ ມອບ​ລາງວັນ​ໃຫ້​ແກ່​ນັກທຸລະກິດ​ຫນຸ່ມດີ​ເດັ່ນ 9 ຄົນ
ພາບ:vietstock.vn



(vovworld) - ​ເພື່ອ​ຂຳ່​ນັບ​ຊົມ​ເຊີຍ​ວັນ​ນັກທຸລະກິດ ຫວຽດນາມ ຄື​ວັນ​ທີ 23/10, ຕອນ​ຄຳ່​ວັນທີ 10/10 ຢູ່ ນະ​ຄອນ​ໂຮ່ຈິ​ມີນ ​ໄດ້​ດຳ​ເນີນ​ພິທີ​ເຊີດ​ຊູ ​ແລະ ມອບ​ລາງວັນ​ໃຫ້​ແກ່​ນັກທຸລະກິດ​ຫນຸ່ມດີ​ເດ່ັນ 9 ຄົນ ​ແລະ ນັກທຸລະກິດ​ຫນຸ່ມ​ເປັນ​ແບບຢ່າງ 5 ຄົນ​ຂອງ​ປີ 2012. ບັນດາ​ນັກທຸລະກິດ​ທີ່​ໄດ້​ຮັບ​ລາງວັນ​ຄັ້ງ​ນີ້ ພວມ​ແມ່ນ​ການ​ນຳ​ບັນດາ​ວິ​ສາ​ຫະກິດ​ມີລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ສູງ ດ້ວຍ​ລະດັບ​ສະ​ເລ່ຍ 70%/ປີ. ​ໃນ​ວັນ​ດຽວ​ກັນ, ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ ​ແລະ ຜະລິດ​ສິນຄ້າ​ສົ່ງ​ອອກ ນະຄອນ Da Nang ​ໄດ້​ຈັດ​ຕັ້ງ​ພິທີ​ເຊີດ​ຊູ 150 ວິ​ສາ​ຫະກິດ​ຢູ່​ພາຍ​ໃນປະ​ເທດ ​ແລະ ວິ​ສາ​ຫະກິດຕ່າງປະ​ເທດຂຶ້ນ​ກັບ​ບັນດາ​ເຂດ​ອຸດສາຫະກຳ ​ແລະ ຜະລິດ​ສິນຄ້າ​ສົ່ງ​ອອກ​ຢູ່​ນະຄອນ Da Nang. ​ເນື່ອງ​ໃນ​ໂອກາດ​ນີ້ ຄະນະ​ກຳມະການ​ປະຊາຊົນ​ນະຄອນ Da Nang ​ໄດ້​ມອບ​ຫລຽນ​ກາ​ທີ່​ລະນຶກ​ໃຫ້​ແກ່​ນັກ​ທຸລະ​ກິດ 5 ຄົນ​ທີ່​ໄດ້​ມີ​ການ​ປະກອບສ່ວນຫລາຍ​ຢ່າງ ​ແລະ ປະຕິບັດ​ບັນດາ​ຂົງ​ເຂດ​ເປັນ​ຢ່າງ​ດີ​ຄື: ປົກ​ປັກ​ຮັກສາ​ສິ່​ງ​ແວດ​ລ້ອມ, ​ເພື່ອ​ພາລະກິດ​ວົງ​ຄະນາ​ຍາດ ​ແລະ ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຄົນ​ງານ​ເປັນ​ຢ່າງ​ດີ. ທ່ານ Ha Ngoc Thong ຜູ້ອຳນວຍການ​ບໍລິສັດ​ສະຖາປັດ ​ແລະ ການ​ຄ້າ ອາຊີ ຈຳກັດ ຊື່​ງ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ການ​ນຳ​ວິ​ສາ​ຫະກິດ 5 ຄົນ ​ທີ່ປະຕິບັດ​ກາ​ນປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ຮູ້້ວ່າ:

        “ປົ​ກປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແມ່ນ​ຫນ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ປວງ​ຊົນ ພ​ິ​ເສດ​ ວິ​ສາ​ຫະກິດ ​ແມ່ນ​ບັນດາຫົວຫນ່ວຍ​ທີ່ເຄີ​ຍກໍ່​ມົນ​ລະ​ຜິດ ​ແລະ ວິ​ສາ​ຫະກິດ​ແຫ່ງ​ໃດ​ຖື​ບັນ​ຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ເປັນ​ສຳຄັນ​ຕົ້ນຕໍ ວິ​ສາ​ຫະກິດ​ແຫ່ງ​ນັ້ນ​ຈະ​ພັດທະນາ​ຢ່າງໝັ້ນຄົງ. ”

ຂ່າວ/ບົດ​ອື່ນ