ບັນດາຂໍ້ລິເລີ່ມຂອງຫວຽດນາມໄດ້ຮັບການຕີລາຄາສູງຢູ່ ADMM - 9

ບັນດາຂໍ້ລິເລີ່ມຂອງຫວຽດນາມໄດ້ຮັບການຕີລາຄາສູງຢູ່ ADMM - 9 - ảnh 1
ທ່ານລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດຫວຽດນາມ ຟຸ່ງກວາງ​ແທງ
ຕອບ​ສຳພາດ​ຕໍ່​ນັກ​ຂ່າວ
(ພາບ: Vietnam+)


(vovworld) – ​ເມື່ອຕອບ​ສຳພາດ​ຕໍ່​ນັກ​ຂ່າວ, ​​ເນື່ອງ​ໃນ​ໂອກາດສິ້ນ​ສຸດ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ບັນດາ​ປະ​ເທດ​ອາ​ຊຽນຄັ້ງ​ທີ 9 (ADMM-9), ​ເຊິ່ງດຳ​ເນີນ​ຢູ່​ມາ​ເລ​ເຊຍ, ທ່ານລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດຫວຽດນາມ ຟຸ່ງກວາງ​ແທງ ​ຢືນຢັນ​ວ່າ, ຄະນະ​ຜູ້​ແທນ​ຫວຽດນາມ​ ຕັ້ງໜ້າ​ປະກອບສ່ວນ​ເພື່ອ​ກໍ່ສ້າງ​ປະຊາ​ຄົມ​ການ​ເມືອງ - ​ໝັ້ນຄົງຂອງ​ອາ​ຊຽນ ດ້ວຍ​ຂໍ້​ສະ​ເໜີ​ຫຼາຍ​ຢ່າງ. ທີ​ໜຶ່ງ​ແມ່ນ, ຍົກ​ສູງ​ຄວາມ​ຊື່ສັດ ​ແລະ ຄວາມ​ຮັບ​ຜິດຊອບ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ ​ໃນ​ການ​ຮັບປະກັນ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະ​ຫົງ​ບປອດ​ໄພ​ໃນ​ພາກ​ພື້ນ, ຖື​ຄວາມ​ໝັ້ນຄົງ​ຂອງ​ປະຊາ​ຄົມ​ອາ​ຊຽນ​ແມ່ນ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຕົນ; ສືບ​ຕໍ່​ປັບປຸງ​ຫຼັກ​ໝັ້ນ​ລວມຂອງ​ອາ​ຊຽນ ກ່ຽວ​ກັບ​​ເລື່ອງຈຳກັດນຳ​ໃຊ້​ກຳລັງ​ອາວຸດ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ​, ຕາມ​ກົດ​ບັດສະຫະ​ປະຊາ​ຊາດ. ທີ​ສອງ​ແມ່ນ, ​ເພີ່ມ​ທະວີ​ບົດບາດ​ຂອງ ADMM, ຜ່ານ​ການ​ສຳ​ພັດ​ດ້ານ​ຄວາມ​ໝັ້ນຄົງ​ຮອບດ້ານ. ທີ​ສາມ​ແມ່ນ, ​ເພີ່ມ​ທະວີ​ການ​ພົວພັນ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ມີ​ປະສິດທິ​ຜົນ, ຜ່ານ​ມາດ​ຕະການ​ທາບທາມ, ນຳ​ໃຊ້​ສາຍ​ຕິດ​ຕໍໂດຍ​ກົງ, ການ​ພົບ​ປະ​ຂັ້ນ​ສູງ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ລະຫວ່າງ​ບັນດາ​ກຳລັງ​ກອງ​ທັບ, ກໍ່​ຄື​ເພີ່​ມທະວີ​ການ​ສົມທົບ​ກັນລະຫວ່າງ​ກອງທັບ - ພົນລະ​ເຮືອນ.

ຂ່າວ/ບົດ​ອື່ນ