ບັນດາທ້ອງຖິ່ນດຳເນີນການຍູ້ໄວການປ່ອຍເງິນລົງທຶນສາທາລະນະ

ບັນດາທ້ອງຖິ່ນດຳເນີນການຍູ້ໄວການປ່ອຍເງິນລົງທຶນສາທາລະນະ - ảnh 1
ຄວາມຄືບໜ້າໃນການປ່ອຍເງິນສາທາລະນະຍັງຊັກຊ້າ
(ພາບປະກອບ)

(vovworld) –  ​“ບັນດາ​ກະຊວງ, ຂະ​ແໜງການ ​ແລະ ທ້​ອງຖິ່ນ ຍູ້​ໄວຄວາມ​ຄືບ​ໜ້າ​​ໃນການ​ປ່ອຍ​​ເງິນ​ລົງທຶນ​ສາທາລະນະ​ເພື່ອ​ຮັບປະກັນ​ວຽກ​ເຮັດ​ງານ​ທຳ ​ແລະ ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ”. ນີ້​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ເວື​ອງດິ່ງ​ເຫ້ວ ທີ່​ວາລະ​ປະຊຸມ​ຖືກດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 21/6, ຢູ່​ຮ່າ​ໂນ້ຍ. ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ກ່ຽວ​ກັບ​ການ​ປ່ອຍ​​ງົບປະມານ​ຂອງ​ລັດ​ແລ້ວ, ຍອດ​ຈຳນວນ​ເງິນ​ລົງທຶນ​ທີ່​ສະພາ​ແຫ່ງ​ຊາດ​ມອບ​ໃຫ້​ແຜນການ​ປີ 2016 ​ແມ່ນ​ເກືອບ 255.000 ຕື້​ດົ່ງ. ມາຮອດ​ປະຈຸ​ບັນ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ໄດ້​ຮັບ​​ເງິນ 30% ​​ໃນ​ແຜນການ​ທີ່​ທ່ານນາຍົກລັດຖະມົນຕີມອບໝາຍ​ໃຫ້. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ​້ວ ​ເນັ້ນ​ໜັກ​ວ່າ: ປີ 2016, ບັນດາ​ອົງການ​ຢູ່​ຂັ້ນ​ຕ່າງໆ​ຕ້ອງ​ສຸມ​ໃສ່ປະຕິບັດ​ຫຼາຍ​ໜ້າ​ທີ່​ການ​ເມືອງ, ມີຜົນ​ກະທົບ​ເຖິງ​ແຜນການ​ປ່ອຍ​ເງິນ​ລົງທຶນ​ສາທາລະນະ, ບັນດາ​ກະຊວງ​ກວດກາ, ປັບປຸງ​ບັນດາ​ເອກະສານ​ແນະນຳ​ການ​ປະຕິບັດ​ການ​ລົງທຶນ​ບັນດາ​ໂຄງການ, ຍູ້​​ແຮງ​ການ​ມອບ​ທຶນ ​ແລະ ຄວບ​ຄຸມ​ຄຸນ​ນະພາ​ບ, ບັນດາ​ໂຄງການ​ລົງທຶນ​ສາທາລະນະ, ຮັບປະກັນ​ເສີມ​ຂະຫຍາຍ​ຄຸນ​ຄ່າຂອງ​ໂຄງການ​ສຳລັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ສຳລັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ບັນດາ​ອົງການ​ກ່ຽວຂ້ອງ​ກວດກາ​ບັນດາ​ໂຄງການ​​ໂດຍ​ໄວ ​ເພື່ອ​ໃຫ​້ 2 ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​ເງິນ​ມີ​ແຜນການ​ມອບ​ທຶນ​ລະອຽດ​ເພ່ືອ​ຜັນ​ຂະຫຍາຍ.


ຂ່າວ/ບົດ​ອື່ນ