ບັນ​ດາ​ທ້ອງ​ຖິ່ນຫວຽດ​ນາມແລະຍີ່​ປຸ່ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) -ຕອນບ່າຍວັນທີ 16 ຕຸລາ, ທີ່ ນະຄອນຫຼວງຮ່າໂນ້ຍ, ໃນໃຫ້ການຕ້ອນຮັບ ທ່ານ Mitazono Satoshi ເຈົ້າແຂວງໆ Kagoshima (ປະເທດຍີ່ປຸ່ນ), ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ໃນການເຊື່ອມຕໍ່ເພື່ອໃຫ້ມີຖ້ຽວບິນໂດຍກົງໄປຍັງແຂວງ Kagoshima. 
ບັນ​ດາ​ທ້ອງ​ຖິ່ນຫວຽດ​ນາມແລະຍີ່​ປຸ່ນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຫ້ການຕ້ອນຮັບ ທ່ານ Mitazono Satoshi ເຈົ້າແຂວງໆ Kagoshima (ປະເທດຍີ່ປຸ່ນ) (ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງປັນຄວາມເສຍຫາຍຂອງປະຊາຊົນຍີ່ປຸ່ນທີ່ຖືກຜົນກະທົບຈາກພາຍຸHabigisທີ່ຜ່ານມາ; ແລະຊີ້ແຈ້ງວ່າຫວຽດນາມແລະຍີ່ປຸ່ນແມ່ນຄູ່ຮ່ວມຍຸດທະສາດທີ່ເລິກເຊິ່ງກວ້າງຂວາງ, ສະໜິດຕິດພັນບໍ່ພຽງແຕ່ຂັ້ນລັດຖະບານເທົ່ານັ້ນຫາກນັບທັງຂັ້ນທ້ອງຖິ່ນອີກດ້ວຍ, ໃນນັ້ນ, ມີແຂວງKagoshima. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກມີຄວາມປາດຖະໜາວ່າ: ແຂວງKagoshimaຈະຊຸກຍູ້ຢ່າງແຮງໃນການພົບປະແລກປ່ຽນປະຊາຊົນ, ພັດທະນາການທ່ອງທ່ຽວກັບບັນດາທ້ອງຖິ່ນຂອງ ຫວຽດນາມ.

        ສ່ວນທ່ານ Mitazono Satoshi ເຈົ້າແຂວງໆ Kagoshima ກໍ່ມີຄວາມປາດຖະໜາຢາກຍູ້ແຮງການຮ່ວມມືລະຫວ່າງແຂວງ Kagoshima ແລະຫວຽດນາມໃນຫຼາຍຂົງເຂດໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນ ຂົງເຂດກະສິກຳ. ທ່ານMitazono Satoshi ໃຫ້ຮູ້ວ່າ: ໃນການຢ້ຽມຢາມຫວຽດນາມໃນຄັ້ງນີ້, ຄະນະໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືກັບແຂວງ ຮ໊າຍເຢືອງກ່ຽວກັບການພັດທະນາແຫຼ່ງຊັບພະນາກອນມະນຸດແລະເຕັກນິກດ້ານກະສິກຳ. ອຳນາດການປົກຄອງແຂວງຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ, ສ້າງເງື່ອນໄຂສະດວກເພື່ອໃຫ້ແກ່ຄົນຫວຽດນາມພວມຮ່ຳຮຽນ ແລະເຮັດວຽກຢູ່ ແຂວງKagoshima.

ຕອບກັບ

ຂ່າວ/ບົດ​ອື່ນ