ບັນດາປະເທດ SNG ລົງນາມໃນເອກະສານຮ່ວມມື 20 ສະບັບ

ບັນດາປະເທດ SNG ລົງນາມໃນເອກະສານຮ່ວມມື 20 ສະບັບ - ảnh 1
ການ​ນຳບັນດາ​ປະ​ເທດ​ສະມາຊິກ SNG
ພາບ: TTXVN


(vovworld) - ທີ່​ກອງ​ປະຊຸມ​ສຸດ​ຍອດ​ປະຈຳ​ປີ ຊ່ື​ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 5/12 ຢູ່​ນະຄອນຫລວງ Ashkhabad ຂອງ​ປະ​ເທດTurkmenistan, ບັນດາ​ປະ​ເທດ​ສະມາຊິກ ປະຊາ​ຄົມ​ບັນດາ​ປະ​ເທດ​ເອກະລາດ SNG ​ໄດ້​ລົງ​ນາມ ​ໃນ​ເອກະສານ​ຮ່ວມ​ມື 20  ສະບັບ. ​ໃນ​ຈຳນວນ​ເອກະສານ​ທີ່ໄດ້​ຮັບ​ການ​ລົງ​ນາມ​ນັ້ນ ມີ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ພັດທະນາ​ຮ່ວມ​ມື​ຮອບດ້ານ SNG, ສັນຍາ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ສຳພັນ​ຕະຫລາດ​ເງິນຕາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ SNG, ການ​ຮ່ວມ​ມື​ບຳລຸງ​ສ້າງ​ຜູ້​ຊ່ຽວຊານ​ຕ້ານ​ການ​ກໍ່​ການ​ຮ້າຍ. ກອງ​ປະຊຸມ​ກໍ​ວາງ​ອອກ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຈັດ​ຕັ້ງພິທີ​ລະນຶກ 70 ປີ ​ແຫ່​ງວັນ​ໄຊຊະນະ​​ໃນສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ອອກ​ຖະ​ແຫລ​ງຖືເອົາ​ປີ 2013 ​ເປັນ​ປີ​ວັດທະນະທຳ​ຊີວະ​ພາບ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ SNG ພ້ອມ​ທັງ​ຮັບຮ​ອງ​ເອົາ​ທິດ​ທາງ​ຕົ້ນຕໍ​ໃນ​ການ​ພັດທະນາ​ລະບົບ​ປ້ອງກັນຍ່ານ​ເວຫາ​ຂອງ SNG.

ຂ່າວ/ບົດ​ອື່ນ