ບັນດາປະເທດ ອາເມລິກາລາຕິນ ມີຄວາມປະທັບໃຈກ່ຽວກັບບັນດາໝາກຜົນໃນການສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ.

(VOVWORLD) -  ໃນຊຸມວັນຜ່ານມາ, ຫລາຍພັກການເມືອງກ້າວໜ້າຢູ່ ອາເມລິກາລາຕິນ ໄດ້ມີບັນດາສານທີ່ສະແດງເຖິງຄວາມສາມັກຄີ ແລະ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ທີ່ເກີດຈາກ SARS-CoV-2. 

ໃນນັ້ນ, ສານຂອງ ສ.ໂດມີນີກັນ, ພັກຂະບວນການຝ່າຍຊ້າຍສາມັກຄີ (MIU), ແມ່ນໜຶ່ງໃນບັນດາພັກການເມືອງທີ່ຂຶ້ນກັບສຳພັນທະມິດກຳອຳນາດ ໄດ້ສະແດງຄວາມນິຍົມນັບຖື ຫວຽດນາມ ທີ່ມີການກະກຽມເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ໂດຍໄວ, ເຖິງວ່າແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກ ທີ່ຖືກຜົນສະທ້ອນຈາກໂລກລະບາດກໍ່ຕາມ.

ບັນດາປະເທດ ອາເມລິກາລາຕິນ ມີຄວາມປະທັບໃຈກ່ຽວກັບບັນດາໝາກຜົນໃນການສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ. - ảnh 1 (ພາບປະກອບ/ອິນເຕີແນັດ)

        ໃນຂະນະນັ້ນ, ພັກກອມມູນິດ ຈີເລ ກໍ່ສະແດງໃຫ້ເຫັນຄວາມນິຍົມຊົມຊອບຕໍ່ບັນດາມາດຕະການ ເຊິ່ງ ຫວຽດນາມ ໄດ້ນຳໃຊ້ເພື່ອປ້ອງກັນ, ສະກັດກັ້ນການຕິດແປດຂອງໂລກລະບາດ ໂຄວິດ-19 ໃນຂະນະທີ່ຫລາຍປະເທດໃນໂລກພວມ “ກົ່ງຕົວ” ຮັບມືກັບໂລກລະບາດດັ່ງກ່າວ. ບັນດາໝາກຜົນຊື່ງ ຫວຽດນາມ ບັນລຸໄດ້ໃນວິວັດການຄວບຄຸມ ໂຄວິດ-19 ແມ່ນແບບຢ່າງໃຫ້ຫລາຍລັດຖະບານໃນໂລກປະຕິບັດຕາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ