ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ

ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ທ້ວນ​ເຈົາ
(ພາບ: Cong Luat/TTXVN)

(vovworld) - ວັນ​ທີ 5/5, ບັນດາ​ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ເລີ່​ມຕົ້ນ​ລາຍການ​​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ທ້ອງ​ຖີ່​ນຕ່າງ. ຢູ່​ແຂວງ ​ເຊີນ​ລາ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ພ້ອມ​ກັບຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ 4 ທ່ານ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ທ້ວນ​ເຈົາ. ນະ​ທີ່​ນີ້, ທ່ານ​ນາງ ຕ່ອງ​ທິຟ໋ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ເຫັນ, ຄວາມ​ມຸ້ງ​ມາດ​ປາຖະໜາ​ອັນ​ເປັນ​ທຳ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

        ຢ່​ແຂວງ ນາມ​ດິ້ງ, ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ 5 ທ່ານ ກໍ່​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ລາຍ​ງານ​​ແຜນການ​ດຳ​ເນີນ​ງານ​ຖ້າ​ຫາກ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ. ບັນດາຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຢືນຢັນ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້ຕາງໜ້າ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ; ຕິດ​ພັນ​ກັບ​ຮາກ​ຖານ​ຢ່າງ​ແໜ້ນ​ແຟ້ນ, ຮັບ​ຟັງ​ບັນດາ​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດ​ປາຖະໜາ​, ຄວາມ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເພື່ອ​ສ່ອງ​ແສງ​ເຖິງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ​ພິຈາລະນາ ​ແລະ ​ແກ້​ໄຂ​.

        ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ​ເຫົ້າຢາງ, ບັນດາຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 13, ອາຍຸ​ການ 2016-2021 ກໍ່​ຍົກ​ອອກ​ບັນດາ​ລາຍການ​ດຳ​ເນີນ​ງານ​ຂອງ​ຕົນ, ສະ​ແດງ​ຄວາມ​ຮັບຜິດຊອບ​ ​ຖ້າ​ຫາກ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ
ຂ່າວ/ບົດ​ອື່ນ