ບັນດາຜະລິດຕະພັນສື່ມວນຊົນຂອງສຳນັກຂ່າວສານຫວຽດນາມຕ້ອງປະກອບສ່ວນກຳນົດທິດສັງຄົມ

ບັນດາຜະລິດຕະພັນສື່ມວນຊົນຂອງສຳນັກຂ່າວສານຫວຽດນາມຕ້ອງປະກອບສ່ວນກຳນົດທິດສັງຄົມ - ảnh 1
ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​​ເຕີນ​ຢຸງ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ
70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສຳນັກ​ຂ່າວສານ​ຫວຽດນາມ
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 15/09, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສຳນັກ​ຂ່າວສານ​ຫວຽດນາມ (15/09/1945 – 15/09/2015) ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນໜຶ່ງ ຄັ້ງ​ທີ 2. ​ໃນ 70 ປີ​ແຫ່ງ​ການ​ກໍ່​ສ້າງ, ຕໍ່​ສູ້ ​ແລະ ພັດທະນາ, ມາ​ຮອດ​ປະຈຸ​ບັນ​ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ກາ​ຍ​ເປັນ​ສຳນັກ​ຂ່າວສານ​ພັດທະນາບັນດາ​ຮູບ​ການ​ສື່​ມວນ​ຊົນ​ຢ່າງ​ແຮງ​, ດ້ວຍ 60 ກວ່າຜະລິດຕະ​ພັນ​ຂຶ້ນ​ກັບ​ຫຼາຍ​​ຮູບ​ການ​ສື່​ມວນ​ຊົນ​ຄື: ສືສິ່ິງພິມ, ສື​​ເອ​ເລກ​ໂຕ​ນິກ, ​ໂທລະພາບ, ບໍ່​ພຽງ​ແຕ່​ຕອບ​ສະໜອງ​ຄວາມຕ້ອງການ​ດ້ານ​ຂໍ້​ມູນຂ່າວ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຮັບ​ໃຊ້ຂໍ້​ມູນ​ຂ່າວ​ຕ່າງປະ​ເທດຢ່າງ​ຕັ້ງໜ້າ ດ້ວຍ​ຫຼາຍ​ພາສາ​ອີກ​ດ​​້ວຍ. ກ່າວຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີ​ນຢຸງ ​ເນັ້ນ​ໜັກ​ວ່າ.

        “​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການປະຕິວັດ​ໃນ​ 70 ປີຜ່າ​ນມາ, ​ສຳນັກ​ຂ່າວສານ​ຫວຽດນາມ ຄວນ​ສູ້​ສົນ​ຜ່ານ​ຜ່າສິ່ງ​ທີ່​ຍັງ​ຂົງຂ້າງ, ຈຳກັດ; ສືບ​ຕໍ່​ນຳ​ໜ້າ​ໃນ​ວຽກ​ງານ​ໂຄສະນາ​ຢ່າງ​ຊັດ​​ເຈັນ ​ແລະ ມີ​ຊີວິດ​ຊີວາ ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ. ປະກອບສ່ວນ​ນຳ​ບັນດາ​ມະຕິ​ຂອງ​ພັກ, ມະຕິ​ຂອງ​ສະພາ​​ແຫ່ງ​ຊາດ, ບັນດາ​ລາຍການ, ​ແຜນການ​ດຳ​​ເນີນ​ງານ​ຂອງ​ລັດຖະບານ​ເຂົ້າ​ໃນ​ຊີວິດ; ​ສ່ອງ​ແສງ​ແນວ​ຄິດ​ຈິດ​ໃຈ​, ຄວາ​ມຸ່ງ​ຫວັງຂອງ​ປະຊາຊົນຢ່າງ​ທັນ​ການ, ​ໃຫ້​ຂ່າວ​ຕໍ່ສູ້​ທີ່​ມີ​ກຳລັງ​ເກັ້ຍກອມ​ສູງ ສຳລັບບັນດາ​ທັດສະນະທີ່​ຜິ​ດພາດ, ​ເປ​ັນປໍ​ລະ​ປັກ; ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ລັດ, ສິດ ​ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳຂອງ​ອົງການ​ຈັດ​ຄັ້ງ ​ແລະ ຜົນລະ​ເມືອງ”.

ຂ່າວ/ບົດ​ອື່ນ