ບັນດາມາດຕະການລົງໂທດ ເຮັດໃຫ້ວິກິດການຢູ່ ເວເນຊູເອລາ ຮ້າຍແຮງຂຶ້ນຕື່ມ

(VOVWORLD) -“ສະພາບການດັ່ງກ່າວ ນັບມື້ນັບຮ້າຍແຮງກວ່າເກົ່າ ຍ້ອນບັນດາຄໍາສັ່ງລົງໂທດ”.

ວັນທີ 6 ມີນາ, ທ່ານນາງ Michelle Bachelet ຫົວໜ້າອົງການສິດທິມະນຸດສະຫະປະຊາຊາດ ໃຫ້ຮູ້ວ່າ ບັນດາມາດຕະການລົງໂທດ ໄດ້ເຮັດໃຫ້ວິກິດການຢູ່ເວເນຊູເອລາ ຮ້າຍແຮງຂຶ້ນຕື່ມ, ພາຍຫຼັງເມື່ອ ອາເມລິກາ ກ່າວເຕືອນ ອາດຈະເພີ່ມມາດຕະການລົງໂທດ ເພື່ອແນໃສ່່ລັດຖະບານຂອງທ່່ານ Nicoslas Maduro.

ບັນດາມາດຕະການລົງໂທດ ເຮັດໃຫ້ວິກິດການຢູ່ ເວເນຊູເອລາ ຮ້າຍແຮງຂຶ້ນຕື່ມ - ảnh 1ທ່່ານ Nicoslas Maduroກ່າວຄໍາເຫັນຢູ່ Caracas (ພາບ: AFP/TTXVN)

ໃນບົດລາຍງານປະຈໍາປີ ທີ່ຍື່ນສະເໜີຕໍ່ສະພາສິດທິມະນຸດ ສະຫະປະຊາຊາດ, ທ່ານນາງ Bachelet ໃຫ້ຮູ້ວ່າ ປະຊາຊົນ ເວເນຊູເອລາ ພວມຕ້ອງປະເຊີນໜ້າກັບການຊຸດໂຊມຂອງເສດຖະກິດ ແລະ ວິກິດການດ້ານການເມືອງ ແລະ ຍາກທີ່ຈະໄດ້ສໍາຜັດກັບສິນຄ້າທົ່ວໄປຄື ຢາ ແລະ ສະບຽບອາຫານ. ທ່ານນາງເນັ້ນໜັກວ່າ: “ສະພາບການດັ່ງກ່າວ ນັບມື້ນັບຮ້າຍແຮງກວ່າເກົ່າ ຍ້ອນບັນດາຄໍາສັ່ງລົງໂທດ”.

        ແລະກໍໃນວັນດຽວກັນ, ທ່ານຫົວໜ້າກົມ ອາເມລິກາ - ລາຕິນ ຂຶ້ນກັບ ກະຊວງການຕ່າງປະເທດ ລັດເຊຍ Alexander Schetinin  ກໍໃຫ້ຂໍ້ສັງເກດວ່າ ເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ກໍານົດເວລາບັນດາມາດຕະການລົງໂທດ ເລ່ັງໃສ່ Caracas ຈະບໍ່ຊ່ວຍ “ຫຼຸດຜ່ອນສະພາບການອັນຮ້າຍແຮງນີີ້ໃນຂົງເຂດເສດຖະກິດ - ສັງຄົມ ຂອງ ເວເນຊູເອລາ ໄດ້”.


ຕອບກັບ

ຂ່າວ/ບົດ​ອື່ນ