ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງອາ​ເມ​ລິ​ກາ​ ຊົມ​ເຊີຍ​ເລື່ອງ​ຫວຽ​ດນາມໄດ້​ດຳ​ລົງ​ຕຳແໜ່ງເປັນ​ປະ​ທານອາ​ຊຽນ

(VOVWORLD) -   ວັນທີ 15 ມັງກອນ, ສະມາຊິກສະພາສູງອາເມລິກາຈຳນວນໜຶ່ງໄດ້ອອກແຈ້ງຂ່າວສະແດງຄວາມຊົມເຊີຍຕໍ່ຫວຽດນາມທີ່ດຳລົງຕຳແໜ່ງເປັນປະທານອາຊຽນ (ASEAN), ເຊິ່ງເປັນອົງການຈັດຕັ້ງຫຼາຍຝ່າຍມີບົດບາດສຳຄັນໃນການຊຸກຍູ້ໃຫ້ພາກພື້ນອິນເດຍ-ປາຊີຟິກມີຄວາມເສລີພາບແລະເປີດກວ້າງ.

        ໃນແຈ້ງຂ່າວ, ທ່ານ Jim Risch ສະມາຊິກສະພາສູງພັກສາທາລະນະ, ລັດ Idaho, ທ່ານ Bob Menendez ສະມາຊິກສະພາສູງພັກປະຊາທິປະໄຕ, ລັດ New jersey, ປະທານແລະ ສະມາຊິກຂັ້ນສູງຂອງກຳມາທິການການຕ່າງປະເທດສະພາສູງອາເມລິກາ, ພ້ອມດ້ວຍທ່ານ Cory Gardner  ສະມາຊິກສະພາສູງພັກສາທາລະນະ, ລັດ Colorado ແລະທ່ານ Ed Markey ສະມາຊິກສະພາສູງພັກປະຊາທິປະໄຕ,ລັດ Massachusetts, ປະທານແລະສະມາຊິກຂັ້ນສູງອານຸກຳມະການກ່ຽວກັບອາຊີຕາເວັນອອກ-ປາຊີຟິກແລະນະໂຍບາຍຄວາມໝັ້ນຄົງເຄືອຂ່າຍສາກົນໄດ້ສະແດງຄວາມປາດຖະໜາວ່າ:ປີນີ້,ຫວຽດນາມ ສືບຕໍ່ປະຕິບັດບົດບາດເປັນເຈົ້າພາທາງແລະຮ່ວມມືກັບບັນດາຄູ່ຮ່ວມມື ASEAN ໃນບັນດາບັນຫາຂ້າງເທິງນີ້, ພິເສດແມ່ນເມື່ອ ASEAN ແລະ ຈີນ ໄດ້ມີການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)./.

ຕອບກັບ

ຂ່າວ/ບົດ​ອື່ນ