ບັນດາເຈົ້າໜ້າທີ່ຂັ້ນສູງສປຊກ່າວປະນາມເຫດການກໍ່ການຮ້າຍຢູ່ຝລັ່ງ

ບັນດາເຈົ້າໜ້າທີ່ຂັ້ນສູງສປຊກ່າວປະນາມເຫດການກໍ່ການຮ້າຍຢູ່ຝລັ່ງ - ảnh 1
ເຈົ້າ​ໜ​້າ​ທີ່​ຂັ້ນ​ສ​ູງ​ຂອງ​ສະ​ຫະ​ປະ​ຊາ​ຊາດຫຼາຍ​ທ່ານ​
ໄ​ດ້​ກ່າວ​ປະ​ນາມ​ເຫດ​ການກໍ່​ການ​ຮ້າຍ​ຢູ່ Nice
(ພາບ: CNN)

(vovworld) - ​ວັນ​ທີ 15/07, ເຈົ້າ​ໜ​້າ​ທີ່​ຂັ້ນ​ສ​ູງ​ຂອງ​ສະ​ຫະ​ປະ​ຊາ​ຊາດຫຼາຍ​ທ່ານ​ໄ​ດ້​ກ່າວ​ປະ​ນາມ​ເຫດ​ການກໍ່​ການ​ຮ້າຍ​ຢູ່ Nice, ໃນ​ຄ່ຳ​ຄືນ​ວັນ​ທີ 14/07 ຢູ່​ຝ​ລັ່ງ, ພ້ອມ​ທັງ​ຮຽກ​ຮ້ອງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຕໍ່​ສູ້​ກັບ​ລັດ​ທິກໍ່​ການ​ຮ້າຍ ແລະ ການ​ໃຊ້​ຄວາມ​​ຫົວຮຸນ​ແຮງ. ໃນ​ຖະ​ແຫຼງການ​ເຊິ່ງ​ໂຄ​ສົກ​ທີ່​ຕາງ​ໜ້າ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki Moon  ອ່ານ, ໃນ​ນັ້ນ​ທ່ານ Ban Ki Moon ໄດ້​​ສະ​ແດງຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ບັນ​ດາ​ຄອບ​ຄົມ​ຜູ້​ປະ​ສົບ​ເຄາ​ະ​ຮ້າຍ​ໃນ​ເຫດກໍ່​ການ​ຮ້າຍນີ້, ກໍ​ຄື​ເຖິງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຝ​ລັ່ງ ທັງ​ໝົດ. ທ່ານ Ban Ki Moon ​ໄດ້ເນັ້​ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ແລະ ພາກ​ພື້ນ​ເພື່ອ​ຕໍ່​ສູ້​ກັບ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປ​ຸ່ນ Koro Bessho, ປະ​ທານ​​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ​ໃນ​ເດືອນ 07 ໄດ້​ອ່ານ​ຖະ​ແຫຼງ​ການ​ຂອ​ງ​​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ, ໃນ​ນັ້ນ​ໄດ້​ກ່າວ​ປະ​ນາມ​ເຫດ​ການກໍ່​ການ​ຮ້າຍ​ຢູ່​ຝ​ລັ່ງ ແລະ ເນັ້ນ​ໜັກ​ວ່າ, ລັດ​ທິກໍ່​ການ​ຮ​້າຍ ແມ່ນ​ໄພ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ທີ່​ສຸ​ດ​ສຳ​ລັບ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ໂລກ

        ສ່ວນ​ທ່ານ​ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Mogens Lykketoft ແລະ ທ່າ​ນ​ນາງ Irina Bokova, ຫົວ​ໜ້າ​ອົງ​ການ UNESCO ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ຝ​ລັ່ງ ກໍ່​ໄດ້​​ສະ​ແດງຄວາມ​ເສົ້​າ​ສະ​ຫຼົດ​ໃຈ​ ແລະ ກ່າວ​ປະ​ນາມ​ເຫດ​ການກໍ່​ການ​ຮ້າຍ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ